ເຢຍລະມັນສະໜັບສະໜູນການຍົກເລີີກບັນດາມາດຕະການລົງໂທດລັດເຊຍເທື່ອລະກ້າວ

ເຢຍລະມັນສະໜັບສະໜູນການຍົກເລີີກບັນດາມາດຕະການລົງໂທດລັດເຊຍເທື່ອລະກ້າວ - ảnh 1
ທ່ານລັດຖະມົນຕີການຕ່າງປະເທດ
ເຢຍລະມັນ Frank Walter Steinmeier
(ພາບ: AFP/TTXVN)

(vovworld) – ​ ທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Frank Walter Steinmeier ຖະ​ແຫຼ​ງວ່າ ສະຫະພາບ ​ເອີ​ລົບ (ອີ​ຢູ) ຄວນ​ຍົກ​ເລີກ​ບັນດາ​ມາດ​ຕະການ​ລົງ​ໂທດ​ທີ່ເລັ່ງ​ໃສ່ ລັດ​ເຊຍ ​ເຊິ່ງກ່ຽວ​ຂ້ອງ​ເຖິງ​ວິ​ວິດ​ການ​ຢູ່ ຢ​ູ​ແກຼນ ​ເທື່ອ​ລະ​ກ້າວ, ດ້ວຍ​ເງື່ອນ​ໄຂມີ​ບາດກ້າວຄືບ​ໜ້າ​ໃນ​ວິວັດທະນາ​ການ​ສັນຕິພາບ​. ວັນ​ທີ 19/06 ​ເມື່ອ​ຕອບ​ສຳ​ພາດ​ບັນດາ​ໜັງສືພິມ​ທ້ອງ​ຖິ່ນ “Redaktions Netzwerk Deutschland” ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Frank Walter Steinmeier ສະ​ແດງ​ຄວາມ​ສະໜັບສະໜູນວິທີ​ການຍົກ​ມາດ​ຕະການ​ລົງ​​ໂທດສຳລັບ ລັດ​ເຊຍ ​ເທື່ອ​ລະ​ກ້າວ ຖ້າຫາກ​ວ່າ ​ຂໍ້​ຕົກລົງ​ສັນຕິພາບ Minsk ບັນລຸ​ໄດ້​ຄວາມ​ຄືບ​ໜ້າ. ​ທີ່ການ​ສຳ​ພາດ​ອື່ນໆ​​ໃນ​ທ້າຍ​ອາທິດ​ຜ່ານ​ມາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Frank Walter Steinmeier ກໍ່ຕຳ​ໜິຕິຕຽນ​ຄຳ​ຕັດສິນ​ຂອງອົງການ​ສົນທິສັນຍາ​ອັດ​ລັງ​ຕິກ​ເໜືອ (NATO) ທີ່ຈັດ​ຕັ້ງ​ບັນດາການ​ຊ້ອມ​ຮົບດ​້ານການ​ທະຫານ​ຂະໜາດ​ໃຫຍ່​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ເອີ​ລົບ ​ແລະ ກ່າວ​ເຕືອນວ່າການ​ກະທຳ​ດັ່ງກ່າວ ສາມາດ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງກັບ ລັດ​ເຊຍ ​ເພີ່ມ​ຂຶ້ນຕື່ມ.


ຂ່າວ/ບົດ​ອື່ນ