ເຢຍລະມັນແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ,ສຳຄັນແຖວໜ້າຂອງຫວຽດນາມຢູ່ເອີລົບ

(VOVWORLD) -ໃນລະຫວ່າງວັນທີ 24 – 27 ກັນຍາ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ໂດ້ບ໊າຕິ້, ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສ.ເຢຍລະມັນ.
ເຢຍລະມັນແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ,ສຳຄັນແຖວໜ້າຂອງຫວຽດນາມຢູ່ເອີລົບ - ảnh 1(ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເຮັດວຽກຢູ່ສ.ເຢຍລະມັນ)

        ວັນທີ 26 ກັນຍາ, ຢູ່ນະຄອນແບັກແລັງ, ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໊າຕິ້ ໄດ້ມີການພົບປະເຈລະຈາກັບທ່ານຮອງປະທານສະພາແຫ່ງຊາດເຢຍລະມັນ Thomas Oppermann. ທີ່ການພົບປະເຈລະຈາ, ຝ່າຍເຢຍລະມັນ ຢືນຢັນການສະໜັບສະໜູນເລື່ອງໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ (EVFTA) ແລະ ສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ - ສະຫະພາບເອີລົບ (EVIPA), ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບຫວຽດນາມ ກ່ຽວກັບການບຳລຸງສ້າງວິຊາຊີບ, ຮັບເອົາພະຍາບານຫວຽດນາມ ເຮັດວຽກຢູ່ເຢຍລະມັນ; ປາດຖະໜາຢາກຊຸກຍູ້ການແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດ. ສ່ວນທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໊າຕິ້ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນກັບເຢຍລະມັນ ໃນທຸກໆຂົງເຂດ; ຖືເຢຍລະມັນ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ສຳຄັນແຖວໜ້າຂອງຫວຽດນາມ ຢູ່ເອີລົບ.

        2 ຝ່າຍກໍ່ໄດ້ແບ່ງປັນຂໍ້ມູນຂ່າວສານ, ທັດສະນະກ່ຽວກັບຫຼາຍບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສະໜັບສະໜູນບັນດາກົນໄກຮ່ວມມືຫຼາຍຝ່າຍ ບົນພື້ນຖານເຄົາລົບກົດໝາຍ ເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ