ເລຂາຄະນະພັກນະຄອນຮ່າໂນ້ຍ ຕ້ອນຮັບອະດີດ ນາຍົກລັດຖະມົນຕີ ສິງກະໂປ

ເລຂາຄະນະພັກນະຄອນຮ່າໂນ້ຍ ຕ້ອນຮັບອະດີດ ນາຍົກລັດຖະມົນຕີ ສິງກະໂປ - ảnh 1
ເລຂາ​ຄະນະ​ພັກນະຄອນ​ຮ່າ​ໂນ້ຍ ຕ້ອນ​ຮັບ​ອະດີດ​ນາຍົກລັດຖະມົນຕີ ສິງກະ​ໂປ
(ພາບ: baomoi.com)

(vovworld) – ຕອນ​ບ່າຍ​ວັນ​ທີ 24/09, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາ​ຄະນະ​ພັກນະ​ຄອນ​ຮ່າ​ໂນ້ຍ ຟ້າມກວາງ​ຫງີ້ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານອະດີດ​ນາຍົກລັດຖະມົນຕີ Goh Chok Tong, ລັດຖະມົນຕີ​ກິ​ຕິ​ມະ​ສັກ​ຂັ້ນ​ສູງ​ສິງກະໂ​ປ ພວມ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ ຟ້າມກວາງ​ຫງີ້ ສະ​ເໜີ​ໃຫ້​ລັດຖະບານ​ສິງກະ​ໂປ ​ເສ​ີມຂະຫຍາຍ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເພີ່ມທະວີ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ; ພິ​ເສດ​​ໃນ​ບັນດາ​ຂົງ​ເຂດ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ, ພື້ນຖານ​ໂຄງ​ລ່າງ, ສູນ​ການ​ຄ້າ, ທ່າ​ກຳ​ປັ່ນ… ສ່ວນ​ຝ່າຍ​ຫວຽດນາມ ​ເວົ້າ​ລວມ ​ແລະ ຮ່າ​ໂນ້ຍ​ເວົ້າ​ສະ​ເພາະ ຍາມ​ໃດ​ກໍ່ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ອົງການ​ການ​ທູດ, ບໍ​ລິ​ສັດ ​ແລະ ພົນ​ລ​ະ​ເມືອງ​ສິງກະ​ໂປ ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ຮ່າ​ໂນ້ຍ. ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື, 2 ຝ່າຍ​ສືບ​ຕໍ່​ຮ່ວມ​ມື, ​ແລກປ່ຽນ​ຂໍ້​ມູນ ​ແລະ ​ແບ່ງປັນ​ບົດ​ຮຽນ​ໃນ​ການ​ສ້າງ​ນະ​ໂຍບາຍ​ກ່ຽວ​ກັບ​ການ; ຄຸ້ມ​ຄອງ ​ແລະ ພັດທະນາ​ຕະຫຼາດ​ອະສັງຫາ​ລິ​ມະ​ຊັບ; ຄຸ້ມ​ຄອງດ້ານ​ນຳ​ໃຊ້ຕົວ​ເມືອງໃຕ້​ດິນ​; ພັດທະນາ​ເຮືອນ​ຢູ່​ສັງ​ຄົມ…

        ທ່ານອະດີດ​ນາຍົກລັດຖະມົນຕີ Goh Chok Tong ​ເນັ້ນ​ໜັກ​ວ່າ, ຍາມ​ໃດ​ສິງກະ​​ໂປ ກໍ່ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ລົງທຶນ, ທັງ​ຮັບປະກັນ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ, ທັງ​ຊ່ວຍ​ຫວຽດນາມ ຍົກ​ສູງ​ເຕັກນິກ, ບົດຮຽນ​​ຄຸ້ມ​ຄອງ ​ແລະ ​ແຫຼ່ງການ​ເງິນ. ທ່ານອະດີດ​ນາຍົກລັດຖະມົນຕີ Goh Chok Tong ຖື​ວ່າ ​ເພື່ອປັງ​ປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ​​ຫວຽດນາມ ຕ້ອງ​ປ່ຽນ​ໃໝ່, ປັບປຸງ​ລະບົບ​ກົດໝາຍ​ກວ່າ​ອີກ ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ປະຕິບັດ​ນັບ​ມື້​ນັບ​ງ່າຍກວ່າ.

ຂ່າວ/ບົດ​ອື່ນ