ເລຂາຄະນະພັກນະຄອນໂຮ່ຈິມິນ ເລແທງຫາຍ ພົບປະກັບ ຜູ້ມີສິດເລືອກຕັ້ງເມືອງ 5

ເລຂາຄະນະພັກນະຄອນໂຮ່ຈິມິນ ເລແທງຫາຍ ພົບປະກັບ ຜູ້ມີສິດເລືອກຕັ້ງເມືອງ 5 - ảnh 1
(ພາບປະກອບ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 24/11, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເຂດ​ເລືອກ​ຕັ້ງ​ທີ 4, ນະຄ​ອນ​ໂຮ່ຈິ​ມິນ, ​ໂດຍ​ທ່ານ​ ​ເລ​ແທງ​ຫາຍ, ​ເລຄາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ນຳ​ໜ້າ​ໄດ້ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 5. ທີ່​ການ​ພົບ​ປະ, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ລາຍ​ງານ​ຕໍ່ບັນດາຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 5 ກ່ຽວ​ກັບ​ເນື້ອ​ໃນ ​ແລະ ໝາກຜົນ​ຂອງ​ກອງ​ປະຊຸມ​ສາ​ໄໝ​ສາມັນ​​ເທື່ອ​ທີ 4, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ​ໃນ​ນັ້ນ, ໝາກຜົນ​ທີ່​ພົ້ນ​ເດັ່ນ​ຂອງ​ກອງ​ປະຊຸມ​ແມ່ນ ສະພາ​ແຫ່ງຊາດ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ 9 ສະບັບ ​ແລະ ຮ່າງ​ມະຕິທີ່​ສຳຄັນ 5 ສະບັບ. ພິ​ເສດ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື, ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ລົງມະຕິ ​ແລະ ປ່ອນ​ບັດ​ໄວ້​ວາງ​ໃຈທີ່​ມີ​ຕໍ່​ບັນດາ​ຜູ້​ຮັກສາ​ຕຳ​ແໜ່​ງທີ່​ສຳຄັນ​ຂອງ​ລັດ, ​ເຊິ​່ງ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​​ໄດ້ເລືອກ​ຕັ້ງ ​ຫຼື ​ໃຫ້​ສັດຕະຍາບັນ. ຕາງ​ໜ້າ​ໃຫ້ຄະນະ​ຜູ້​ແທນ​ສະມາຊິກ​ສະພາ​ແຫ່ງ​ຊາດ, ທ່ານ ​ເລ​ແທງ​ຫາຍ ​ໄດ້​ຮັບ​ເອົາ​ບັນດາ​ຄຳ​​ເຫັນປະກອບ​ທີ່ຖືກ​ຕ້ອງ, ມີ​ລະດັບ​ມະຫາ​ພາກຂອງຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 5 ​ເພື່ອ​ນຳ​ເຂົ້າ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ​ຄັ້ງ​ຈະ​ມາ​ເຖິງ. ທ່ານ​ເລຂາ​ຄະນະ​ພັກ ​ເລ​ແທງ​ຫາຍ ຢືນຢັນ​ວ່າ ຈະ​ມີ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ນຳ​ພື້ນຖານ​ເສດຖະກິດ​ຂອງ​ນະຄອນ​ສືບ​ຕໍ່​ພັດທະນາ​ຢ່າງ​ໝັ້ນຄົງ. ທ່ານ​ກ່າວ​ວ່າ.

        “​ເມື່ອ​ໄດ້​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 5 ຂ້າພະ​ເຈົ້າ​ເຫັນ​ວ່າ ບັນດາຜູ້​ມີ​ສິດ​ເລືອກ​ຕັ້ງ​ ​ໄດ້​ປະກອບ​ຄຳ​ເຫັນ​ດ້ວຍ​ຈິດ​ໃຈ​ໜ້າ​ທີ່​ຮັບຜິດຊອບ​ສູງ, ທຸກໆ​ຄຳ​ເຫັນ​ລ້ວນ​​ແຕ່​ຖືກ​ຕ້ອງ ​ເພາະສະ​ນັ້ນ ດ້ວຍ​ໜ້າ​ທີ່​ເປັນ​ສະມາຊິກ​ສາ​ພາ​ແຫ່ງຊາດ ​ແລະ ກໍ​ຄື​ໜ້າ​ທີ່ຢູ່​ນະຄອນ ພວກ​ຂ້າພະ​ເຈົ້າ​ຕ້ອງ​ສຸມ​ໃສ່​ແກ້​ໄຂ​ບັນດາບັນຫາ​ທີ່​ເຄັ່ງຮ້ອນຂອງ​ປະຊາຊົນ, ​ເພື່ອ​ຮັບປະ​ກັນຊີວິດ​ສັງຄົມ. ພ້ອມ​ທັງ​ສ້າງ​ເສດຖະກິດ​ຂອງ​ນະຄອນ​ພັດທະນາ​ຢ່າງ​ໄວ, ໝັ້ນຄົງ ສ້າງ​ນະຄອນ​ທີ່​ສີວິ​ໄລ, ທັນ​ສະ​ໄໝ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ນັບ​ດີກ​ວ່າ​ເກົ່າ”.

ຂ່າວ/ບົດ​ອື່ນ