ເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບຄະນະຜູ້ແທນ ພັກກອມມູນິດ ສ.ເຊັກ

ເລຂາທິການໃຫຍ່ Nguyen Phu Trong  ຕ້ອນຮັບຄະນະຜູ້ແທນ      ພັກກອມມູນິດ ສ.ເຊັກ  - ảnh 1
ທ່ານເລຂາທິການໃຫຍ່ Nguyen Phu Trong  ຕ້ອນຮັບທ່ານ Vojtech Filip, ປະທານ​ພັກກອມ​ມູນິດສ. ​ເຊັກ - Morova

(vovworld) -  ຕອນ​ບ່າຍ​ວັນ​ທີ 9/8, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດສ.​ເຊັກ - Morova ​ໂດຍ​ທ່ານ Vojtech Filip, ປະທານ​ພັກ, ປະທານ​ຄະນະ​ກຳມະການ​ກວດກາ​ສະພາ​ຕຳ່​ເຊັກ ນຳ​ຫນ້າ ພວມ​ຢູ່​ຢ້ຽມຢາມ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ Vojtech Filip ສະ​ແດງ​ຄວາມ​ປາດ​ຖະຫນາ​ຢາກ​​ໃຫ້ພັກ​ກອມ​ມູນິດ ຫວຽດນາມ ​ແລະ ພັກ​ກອມ​ມູນິດ ​ເຊັກ Morova ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​​ໃນ​ວຽກ​ງານ​ ​ແລະ ການ​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ກັບ​ພັກ​ກອມ​ມູນິດ​ເຊັກ - Morova; ປາດ​ຖະຫນາວ່າ​ການ​ພົວພັນ​ລະຫວ່າງ​ສອງ​ພັກ ຈະ​ປະກອບສ່ວນຢ່າງຕັ້ງຫນ້າ​ໃຫ້​ແກ່​ການ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ​ເຊັກ.

        ກ່ອນ​ຫນ້າ​ນັ້ນ, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ​ເຊັກ - Morova ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຫວຽດນາມ ​ໂດ​ຍ ທ່ານ Hoang Binh Quan, ​ຫົວຫນ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ນຳ​ຫນ້າ. ຄະນະ​ກໍ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ບັນດາ​ກະຊວງ, ຂະ​​ແຫນງ​ການ ຫວຽດນາມ ​ແລະ ຢ້ຽມຢາມ​ຮາກ​ຖານ​ວັດທະນະທຳ, ​ເສດຖະກິດ ສັງຄົມ ຈຳນວນ​ຫນຶ່ງ​ຂອງ​ນະຄອນຫລວງ ຮ່າ​ໂນ້ຍ ​ແລະ ​ແຂວງ ກວ໋າງນີງ./.
ຂ່າວ/ບົດ​ອື່ນ