ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພ້ອມ​ດ້ວຍ​ພັ​ນ​ລະ​ຍາ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສປ.ຈີນ

(VOVWORLD) -   ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດສາທາລະນະລັດ ປະຊາຊົນ ຈີນ ສີຈີ້ນຜິງ ແລະ ພັນລະຍາ, ຕອນເຊົ້າວັນທີ 18 ສິງຫາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກ ຮ່າໂນ້ຍ ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ສປ. ຈີນ ແຕ່ວັນທີ 18 ຫາວັນທີ 20 ສິງຫາ 2024.
ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພ້ອມ​ດ້ວຍ​ພັ​ນ​ລະ​ຍາ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສປ.ຈີນ - ảnh 1ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ເດີນທາງໄປຢ້ຽມຢາມ ສປ.ຈີນ (ພາບ: VOV)

 ຮ່ວມເດີນທາງຢ້ຽມຢາມ ຈີນ ພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຄັ້ງນີ້ ມີທ່ານປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໂດ໊ວັນຈຽນ; ຫົວໜ້າຄະນະຈັດຕັ້ງສູນກາງພັກ ເລມິງຮຶງ; ທ່ານຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກ ຫງວຽນຊວັນຖັງ; ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນໂທ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ; ບັນດາເລຂາສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ເລຮວ່າຍຈູງ; ຫົວໜ້າຫ້ອງວ່າການສູນກາງພັກ ຫງວຽນຢຸຍງອກ ແລະ ກຳມະການສູນກາງພັກບາງທ່ານ.

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພ້ອມ​ດ້ວຍ​ພັ​ນ​ລະ​ຍາ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສປ.ຈີນ - ảnh 2 ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ຫວຽດນາມ ໄປຢ້ຽມຢາມສວນສາທາລະນະສຸສານ ຮວາງຮວາຢາງ (ພາບ: VOV)
 ການຢ້ຽມຢາມ ໄດ້ດຳເນີນໃນຈຸດເວລາທີ່ສຳຄັນ ສຳລັບແຕ່ລະພັກ, ແຕ່ລະປະເທດ ແລະ ການພົວພັນ ຫວຽດນາມ - ຈີນ. ການພົວພັນ ຫວຽດນາມ - ຈີນ ໃນໄລຍະຜ່ານມາ ຮັກສາທ່າພັດທະນາອັນຕັ້ງໜ້າທີ່ສຸດ ແລະ ບັນລຸໄດ້ຫຼາຍຜົນງານສຳຄັນໃນທຸກຂົງເຂດ, ສອງຝ່າຍໄດ້ເຫັນດີສືບຕໍ່ເຮັດໃຫ້ເລິກເຊິ່ງ ແລະ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ  - ຈີນ ທີ່ມີຄວາມໝາຍຍຸດທະສາດເລິກເຊິ່ງກວ່າອີກ, ມານະພະຍາຍາມເພື່ອຄວາມຜາສຸກຂອງປະຊາຊົນສອງປະເທດ, ເພື່ອພາລະກິດສັນຕິພາບ ແລະ ຄວາມກ້າວໜ້າຂອງມວນມະນຸດ.

        ເມື່ອເດີນທາງມາຮອດ ກວາງຕຸງ, ຕອນເຊົ້າຂອງວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ພັນລະຍາ  ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຮັບການຕ້ອນຮັບຈາກທ່ານ ຫວາງຫວີຈູງ ເຈົ້າແຂວງໆ ກວ໋າງຕຸງ, ທ່ານ ສັນສີຢາງ ເຈົ້າຄອງນະຄອນ ກວ໋າງຈູ ແລະ ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ.

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພ້ອມ​ດ້ວຍ​ພັ​ນ​ລະ​ຍາ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສປ.ຈີນ - ảnh 3ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະປະຕິບັດງານໄດ້ໄປວາງພວງມາລາ, ຖະຫວາຍທູບທຽນອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດ ຟ້າມຮົ່ງຖ໊າຍ (ພາບ: VOV)

        ພາຍຫຼັງເດີນທາງມາຮອດແຂວງ ກວາງຕຸງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະປະຕິບັດງານໄດ້ໄປວາງພວງມາລາ, ຖະຫວາຍທູບທຽນອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດ ຟ້າມຮົ່ງຖ໊າຍ ຢູ່ສວນສາທາລະນະສຸສານ ຮວາງຮວາຢາງ ແລະ ໄປຢ້ຽມຢາມເຂດຮ່ອງຮອຍສະຖານປະຫວັດສາດ ສະມາຄົມ ຊາວໜຸ່ມປະຕິວັດ ຫວຽດນາມ, ເຊິ່ງເປັນສະຖານທີ່ຕິດພັນກັບພາລະກິດປະຕິວັດຂອງປະທານ ໂຮ່ຈີມິນ ນັບແຕ່ປີ 1924 – 1927.

ວັນຮ໋ຽວ

ຕອບກັບ

ຂ່າວ/ບົດ​ອື່ນ