ເລຂາທິການໃຫຍ່ ລາວ ຕ້ອນຮັບຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກຫວຽດນາມ

ເລຂາທິການໃຫຍ່ ລາວ ຕ້ອນຮັບຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກຫວຽດນາມ - ảnh 1
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຈູມມະລີ ໄຊຍະສອນ
ແລະ ທ່ານກຳມະການສູນກາງພັກ Hoang Binh Quan
(ພາບ: vietnamplus.vn)

(vovworld) - ​ວັນ​ທີ 22/6, ຢູ່​ສຳນັກງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ຈູມ​ມາລີ ​ໄຊຊະ​ສອຍ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ Hoang Binh Quan, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນຕ່າງປະ​ເທດ​ສູນ​ກາງພັກ ​ເປັນ​ຫົວໜ້າ​ຄະນະ ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່​ລາວ. ທີ່​ການ​ຕ້ອນຮັບ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ຈູມ​ມາລີ ​ໄຊຊະ​ສອຍ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າຂອງ 2 ຄະນະ​​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງຮອບດ້ານ​ລາວ - ຫວຽດນາມ, ຫວັງ​ວ່າ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ເພີ່ມ​ທະວີ​ການ​​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ, ຮ່ວມ​ມື ​ເພື່ອ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ໃນ “ປີ​ແຫ່ງ​ຄວາມ​ສາມັກຄີມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ 2012”. ສ່ວນ​ທ່ານ Hoang Binh Quan ຢືນຢັນ​ວ່າ:  ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພ້ອມ​ກັບ​ຝ່າຍ​ ລາວ ຮັກສາ ​ແລະ ​ເພີ່ມ​ພຸ​ນຄຸນ​ສ້າງ​ໃຫ້​ແກ່​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ພັດທະນາ ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ມີ​ການ​ເຈລະຈາ ກັບ​ຄະນະ​ຜູ້​ແທນ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ ລາວ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່​ລາວ, ຄະນະ​ຈະ​ມີ​ການ​ເຮັກ​ວຽກ​ກັບ​ບາງ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ ລາວ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ຂໍ້​ຕົກລົງ​ຂັ້ນ​ສູງ ​ແລະ ສັນຍາ​ຮ່ວມ​ມື​ເສດຖະກິດ, ວັດທະນະທຳ, ວິທະຍາ​ສາດ, ​ເຕັກນິກ ຫວຽດນາມ - ລາວ 2012, ກວດກາ ​ແລະ ຊຸກຍູ້​ການ​ຜັນ​ຂະຫຍາຍ​ປະຕິບັດ​ບາງ​ກິດຈະກຳ, ​ໂຄງການ​ໂດຍ​ຫວຽດນາມ ໜູນ​ຊ່ວຍ ລາວ.

ຂ່າວ/ບົດ​ອື່ນ