ເລ​ຂາ​ທິ​ການ​ໃຫຍ່ ສູນ ອາ​ຊຽນ - ຍີ່​ປຸ່ນ ຕີ​ລາ​ຄາ​ສູງ​ບົດ​ບາດ​ປະ​ທານ ອາ​ຊຽນ ຂອງ ຫວຽດ​ນາມ

(VOVWORLD) -    ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຄາດວ່າຈະຈັດຂຶ້ນຜ່ານທາງອອນລາຍ ໃນລະຫວ່າງວັນທີ 12 – 15 ພະຈິກ, ດ້ວຍຫົວຂໍ້ “ອາຊຽນ ສະໜິດຕະພັນ ແລະ ເປັນເຈົ້າການຮັບມື”. ເນື່ອງໃນໂອກາດນີ້, ທ່ານ Masataka Fujita, ເລຂາທິການໃຫຍ່ ສູນ ອາຊຽນ - ຍີ່ປຸ່ນ (AJC) ໄດ້ຕີລາຄາກ່ຽວກັບບົດບາດຂອງ ຫວຽດນາມ ດ້ວຍຖານະບົດບາດເປັນປະທານ ອາຊຽນ 2020.
ເລ​ຂາ​ທິ​ການ​ໃຫຍ່ ສູນ ອາ​ຊຽນ - ຍີ່​ປຸ່ນ ຕີ​ລາ​ຄາ​ສູງ​ບົດ​ບາດ​ປະ​ທານ ອາ​ຊຽນ ຂອງ ຫວຽດ​ນາມ - ảnh 1ທ່ານ Masataka Fujita, ເລຂາທິການໃຫຍ່ ສູນ ອາຊຽນ - ຍີ່ປຸ່ນ (ພາບ: TTXVN)

ລະອຽດຄື, ທ່ານເລຂາທິການໃຫຍ່ Masataka Fujita ຕີລາຄາສູງບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງ ຫວຽດນາມ ໃນບົດບາດເປັນປະທານ ອາຊຽນ ປີ 2020. ທ່ານເນັ້ນໜັກວ່າ ຫວຽດນາມ ໄດ້ຈັດຕັ້ງສຳເລັດກອງປະຊຸມຂອງ ອາຊຽນ ທຸກຄັ້ງ ແລະ ຖືວ່າ ປີ 2020 ແມ່ນປີພິເສດພໍສົມຄວນ ເມື່ອບັນດາປະເທດທັງໝົດລ້ວນແຕ່ຖືກຜົນສະທ້ອນຈາກໂລກລະບາດ. ເຖິງຢ່າງໃດກໍຕາມ, ໂດຍແມ່ນປະເທດປະສົບຜົນສຳເລັດໃນວຽກງານຄວບຄຸມໂລກລະບາດໂຄວິດ - 19, ຫວຽດນາມ ບໍ່ພຽງແຕ່ສາມາດນຳໜ້າໃນການຄວບຄຸມໂລກລະບາດເທົ່ານັ້ນ ຫາກຍັງມີການຟື້ນຟູຢ່າງແຮງໃນຂະນະທີ່ຫຼາຍປະເທດຍັງຕ້ອງຮັບມືກັບໂລກລະບາດ ດ້ວຍຄວາມລຳບາກ. ທ່ານ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງບັນດາມາດຕະການ ເຊິ່ງ ລັດຖະບານ ຫວຽດນາມ ໄດ້ຍົກອອກມາ ເພື່ອແນໃສ່ຟື້ນຟູເສດຖະກິດ ພາຍຫຼັງບັນດາຜົນກະທົບຫຍໍ້ທໍ້ຈາກໂລກລະບາດ. ຕາມທ່ານແລ້ວ, ນີ້ກໍແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ສະແດງກຳລັງແຮງຂອງປະເທດຊາດ./. 

ຕອບກັບ

ຂ່າວ/ບົດ​ອື່ນ