ເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບປະທານາທິບໍດີ ອີຢິບ

(VOVWORLD) - ທີ່ການຕ້ອນຮັບທ່ານປະທານາທິບໍດີ ອີຢິບ Abdel Fattah El Sisi ໃນຕອນບ່າຍວັນທີ 06 ກັນຍາ ຢູ່ສຳນັກງານສູນກາງພັກກອມມູນິດ ຫວຽດນາມ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຖືວ່າ

ເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບປະທານາທິບໍດີ ອີຢິບ - ảnh 1ທ່ານ ເລຂາທິການໃຫຍ່ ຫງວຽນຟູຈ້ອງ  ຕ້ອນຮັບ  ທ່ານປະທານາທິບໍດີ Abdel Fattah El Sisi 

ການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານປະທານາທິບໍດີ ອີຢິບ ຈະແມ່ນຂີດໝາຍປະຫວັດສາດ ເປີດໄລຍະພັດທະນາໃໝ່ອັນດີງາມໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດຍິ່ງກ່ວາອີກ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຂອບໃຈປະຊາຊົນ ອີຢິບ ໄດ້ສາມັກຄີ, ສະໜັບສະໜູນປະຊາຊົນ ຫວຽດນາມ ໃນພາລະກິດປົກປ່ອຍຊາດ; ຕີລາຄາສູງບົດບາດ ແລະ ທີ່ຕັ້ງຂອງ ອີຢິບ ຢູ່ພາກພື້ນ ຕາເວັນອອກກາງ - ອາຟິຣິກາເໜືອ.

        ສ່ວນທ່ານປະທານາທິບໍດີ ອີຢິບ Abdel Fattah El Sisi ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊາບກ່ຽວກັບໝາດຜົນແຫ່ງການເຈລະຈາກັບທ່ານປະທານປະເທດ ເຈີ່ນດ້າຍກວາງ; ເນັ້ນໜັກເຖິງ ອີຢິບ ແລະ ຫວຽດນາມ ມີການພົວພັນປະຫວັດສາດ ແລະ ມີຫລາຍຈຸດຄ້າຍຄືກັນ, ຢັ້ງຢືນຄວາມຕັດສິນໃຈດ້ານການເມືອງ ຍູ້ແຮງ ແລະ ເປີດກ້ວາງການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ ເປັນຕົ້ນແມ່ນກ່ຽວກັບດ້ານເສດຖະກິດ, ການຄ້າ, ການລົງທຶນ…

ຕອບກັບ

ຂ່າວ/ບົດ​ອື່ນ