ເລຂາທິການໃຫຍ່ ແລະ ນາຍົກລັດຖະມົນຕີຫວຽດນາມຕ້ອນຮັບ ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ

ເລຂາທິການໃຫຍ່ ແລະ ນາຍົກລັດຖະມົນຕີຫວຽດນາມຕ້ອນຮັບ ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ Nguyen Phu Trong
ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່​ປຸ່ນ
( ພາບ: chinhphu.vn )



(vovworld) – ​    ​​ຕອນ​ບ່າຍ​ວັນ​ທີ 14/7, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ຫວຽດນາມ Nguyen Phu Trong ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່​ປຸ່ນ Koichiro Gemba ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ່ 4 ຄະນະ​ກຳມະການ​ຮ່ວມ​ມື​​ຫວຽດນາມ - ຍີ່ປຸນ. ທີ່​ການ​ຕ້ອນຮັບ, ທ່ານເລຂາທິການ​ໃຫຍ່​ Nguyen Phu Trong ​ໄດ້​ຢືນຢັນ​​ແນວທາງ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ​ແມ່ນ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການພັດທະ​ນາ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດກັບ​ຍີ່ປຸ່ນ ​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງກວ່າ, ​ເປີດກ​ວ້າງ​ການ​ພົບ​ປະ​ແລກປ່ຽນ​​ການ​ຮ່ວມ​ມື, ​ເພື່ອ​ຜົນ​ປະ​ໂຫຍ​ກຂອງ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມວັດທະນາ​ຖາວອນ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Koichiro Gemba ​ໃຫ້​ຮູ້​ວ່າ ປະຊາຊົນ ​ແລ​ະ ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ລ້ວນ​ແຕ່​ປາດ​ຖະໜາ​ຢາກເພີ່ມ​ທະວີ​ການ​ພົວພັນ​ກັບ​ຫວຽດນາມ, ສະ​ເໜີ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ຊຸກຍູ້​ການ​ພົວພັນພັກ​ການ​ເມືອງ, ລັດຖະສະພາ, ຍູ້​ແຮງການ​ພົວພັນ​ດ້ານ​ວັດທະນະທຳ, ມະນຸດ​ລະຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ສອງ​ລັດຖະບານ, ພ້ອມ​ກັນ​ນັ້ນ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ສົມທົບ​ກັນ​ຢ່າງ​ແຫນ້​ນ​ແຟ້ນ​ຢູ່ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ​.

ເລຂາທິການໃຫຍ່ ແລະ ນາຍົກລັດຖະມົນຕີຫວຽດນາມຕ້ອນຮັບ ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ - ảnh 2
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung
ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່​ປຸ່ນ
( ພາບ: TTXVN )

​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທີ່​ການ​ຕ້ອນຮັບ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Koichiro Gemba, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ສະເໜີ​ໃຫ້​ຍີ່ປຸ່ນ ສືບ​ຕໍ່​ໜູນ​ຊ່ວຍ​ທຶນ ODA ຊ່ວຍ​ຫວຽ​ດນາມ ພັດທະນາ​ເສດຖະກິດ​ສັງຄົມ, ພິ​ເສດ​ແມ່ນ​ພື້ນຖານ​ໂຄງ​ລ່າງ, ພະລັງງານ, ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ, ກໍ່ສ້າງ ​ແລະ ປະຕິບັດ​ຍຸດ​ທະ​ສາດ​ຫັນ​ເປັນ​ອຸດສາຫະກຳ​ຮອດ​ປີ 2020. ສ່ວນ​ທ່ານ​ລັດຖະ​ມົນຕີ​ຍີ່ປຸ່ນ ​ໄດ້​ຢືນຢັນ​ວ່າ, ທັດສະນະ​ຂອງ​ຍີ່​ປຸນ​ແມ່ນ​ຮັບປະກັນ​​ການ​ຄ້າ​ເສລີ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ການ​ພິພາດ​ກັນ​ຜ່ານ​ການ​ເຈລະຈາ​ດ້ວຍ​ສັນຕິ​ວິທີ, ບົນພື້ນຖານ​ກົດໝາຍ​ສາກົນ, ​ພິ​ເສດ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ປະຕິບັດ​​ເນື້ອ​ໃນຈິດ​ໃຈ DOC ຢ່າງ​ເຂັ້ມ​ງວດ ມຸ່ງ​ໄປ​ເຖິງ​ການສ້າງ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ( COC ).


ຕອບກັບ

ຂ່າວ/ບົດ​ອື່ນ