ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຝາກໂທລະເລກອວຍພອນທ່ານເລຂາທິການໃຫຍ່,ປະທານປະເທດຈີນ ສີຈີ້ນຜີງ
ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
|
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜີງ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຢ້ຽມຢາມ ສປ ຈີນ ຢ່າງເປັນທາງການແຕ່ວັນທີ 12 – 15/1. ສິ້ນສຸດການຢ້ຽມຢາມ, ວັນທີ 15/1, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຝາກໂທລະເລກສະແດງຄວາມຂອບອົບຂອບໃຈຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜີງ. ໃນໂທລະເລກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ບັນດາໝາກຜົນຕັ້ງໜ້າທີ່ບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້ ໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີນ້ຳໃຈມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເລິກເຊິ່ງກ່ວາອີກ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ອວຍພອນໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ຈີນ ສວຍສົດງົດງາມ, ໝັ້ນຄົງຖະໜົນແກ່ນໄປຊົ່ວກະໜ້ານານ.