ເລຂາທິການໃຫຍ່ຫງວຽນຟຸ້ຈ້ອງພົບປະສັງສັນຜູ້ຕາງໜ້າສະມາຄົມມິດຕະພາບການຕ່າງປະເທດປະຊາຊົນຈີນ

ເລຂາທິການໃຫຍ່ຫງວຽນຟຸ້ຈ້ອງພົບປະສັງສັນຜູ້ຕາງໜ້າສະມາຄົມມິດຕະພາບການຕ່າງປະເທດປະຊາຊົນຈີນ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟຸ້ຈ້ອງ ໂອ້ລົມກັບ
ບັນດາຜູ້ແທນທີ່ການພົບປະສັງສັນ
(ພາບ: Trí Dũng/TTXVN)

 (vovworld) - ​​    ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຈີນ ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 8/4, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ້ຈ້ອງ ​ໄດ້​ພົບ​ປະ​ສັງ​ສັນຜູ້​ຕາງ​ໜ້າ​ສະມາຄົມ​ມິດຕະພາບ​ການ​​ຕ່າງປະ​ເທດປະຊາຊົນ​ຈີນ, ສະມາຄົມ​ມິດຕະພາບ​ ຈີນ - ຫວຽດນາມ ​ແລະ ບັນດາຜູ້​ຊົງ​ຄຸນ​ວຸດ​ທິມິດຕະພາບຈີນ. ທີ່​ການ​ພົບ​ປະ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ້ຈ້ອງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ-ຈີນ ມີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ, ປະຈຸ​ບັນ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ. ​ແຕ່ລະ​ປະ​ເທດ​ມີ​ເງື່ອນ​ໄຂ, ສະພາບ​ການທີ່​ແຕກ​ຕ່າງ​ກັນ, ​ແຕ່ລ​້ວນ​ແ​ຕ່ມານະ​ພະຍາຍາມ​ສູ້​ຊົນ​ສ້າງສາ​ປະ​ເທດ​ຂອງ​ຕົນ​​ໃຫ້ເປັນ​ປະ​ເທດ​ເອກະລາດ, ມີ​ອະທິປະ​ໄຕ, ກ້າວຂຶ້ນ​ສັງຄົມນິຍົມ. ​ໃນ​ວິວັດ​ການ​ປ່ຽນ​ໃໝ່, ກໍ່ສ້າງ​ສັງຄົມນິຍົມ, ຍາມ​ໃດ ຫວຽດນາມ ກໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ຂອງ​ປະຊາຊົນ​ຈີນ, ​ໃນ​ນັ້ນ​ມີ​ບັນດາ​ນັກ​ຊ່ຽວຊານ,​ ຜູ້​ທີ່ປຶກສາ, ບັນດາ​ພະນັກງານ​ ຈີນ ທີ່​ເຄີຍ​ສະໜິດ​ຕິດ​ພັນ​ຊ່ວຍ​ເຫຼືອ ຫວຽດນາມ​ ໂດຍ​ກົງ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ້ຈ້ອງ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຢ່າງ​ຈິງ​ໃຈຕໍ່ບັນດາ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ, ການ​ຊ່ວຍ​ເຫຼືອສຸດ​ຈິດ​ສຸດ​ໃຈຂອງ​ບັນດາ​​​ເພື່ອນ​ມິດ​ ຈີນ ສຳລັບ ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ້ຈ້ອງ ຕີ​ລາຄາ​ສູງບັນ​ກາ​ນ​ເຄື່ອນ​ໄຫວ​ທີ່ອຸດົມສົມບູນ ​ແລະ ​ແທດ​ຈິງຂອງ​ສະມາຄົມ​ມິດຕະພາບການ​ຕ່າງ​ປະ​ເທດ​ປະຊາຊົນ​ຈີນ ​ແລະ ສະມາຄົມມິດຕະພາບ​ ຈີນ-​ຫວຽດນາມ ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ, ພັດທະນາ​ການ​ພົວພັນ​ມິດຕະພາບ ຫວຽ​ດ
ນາມ-​ຈີນ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ປາດ​ຖະໜາ​ວ່າ: ສະມາຄົມ​ມິດຕະພາບການ​ຕ່າງ​ປະ​ເທດ​ປະຊາຊົນ​ຈີນ, ສະມາຄົມມິດຕະພາບ ​ຈີນ-​ຫວຽດນາມ ​ແລະ ບັນດາຜູ້​ຊົງ​ຄຸນ​ວຸດ​ທິມິດຕະພາບ​ຈີນ ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ, ພັດທະນາ​ການ​ພົວພັນ 2 ປະ​ເທດ​ຄື​ທ່ານ​ປະທານ ​ໂຮ່ຈິ​ມິນ ​ເຄີຍ​ເວົ້າ​ວ່າ: “ທັງ​ເປັນ​​ເພື່ອນ​ມິດສະ​ຫາຍ, ​ທັງ​ເປັນ​ອ້າຍ​ນ້ອງ”.

ຂ່າວ/ບົດ​ອື່ນ