ເລຂາຜູ້ປະຈຳການກະຊວງການຕ່າງປະເທດສ.ສິງກະໂປ ຢ້ຽມຢາມຫວຽດນາມ

ເລຂາຜູ້ປະຈຳການກະຊວງການຕ່າງປະເທດສ.ສິງກະໂປ ຢ້ຽມຢາມຫວຽດນາມ - ảnh 1
ລັດຖະມົນຕີ​ການ​ຕ່າງ​ປະ​ເທດ Pham Binh Minh
ຕ້ອນຮັບເລຂາ​ຜູ້​ປະຈຳ​ການກະຊວງ​ການ​ຕ່າງປະ​ເທດສ.ສິງກະ​​ໂປ
( ພາບ: vietnamplus.vn )

(vovworld) -     ​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ​ ລະຫວ່າງ​ວັນ​ທີ 21 – 22/8, ຕອນ​ບ່າຍ​ວັນ​ທີ 21/8, ທ່ານເລຂາ​ຜູ້​ປະຈຳ​ການກະຊວງ​ການ​ຕ່າງປະ​ເທດສ.ສິງກະ​​ໂປ Bilahari Kausikan ​ໄດ້​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ຫວຽດນາມ Pham Binh Minh. ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Pham Binh Minh ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ການ​ນຳ​ສອງ​ປະ​ເທດ​ໄດ້​ມີ​ການ​ພົບ​ປະ, ​ຢ້ຽມຢາມ​ເຊິ່ງກັນ​ແລະ ກັນ​ເປັນ​ປະຈຳ, ປະກອບສ່ວນ​ຮັດ​ແໜ້ນ​ຄວາມ​ສະໜິດ​ຕິດ​ພັນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ທ່ານເລຂາ​ຜູ້​ປະຈການຳ​ກະຊວງ​ການ​ຕ່າງປະ​ເທດ ສິງກະໂປ Bilahari Kausikan ​ໄດ້​ຖື​ວ່າ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ສອງ​ປະ​ເທດ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ: ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສຶກສາ… ນຳ​ການ​ພົວພັນ​ຫວຽດນາມ - ສິງກະ​ໂປ ພັດ​ທະນາ​ຂຶ້ນ​ສູ່​ລະດັບ​ສູງ​​ໃໝ່, ​ເພື່ອ​ຜົນ​ປະ​ໂຫຍດຂອງ​ສອງ​ປະ​ເທດ ​ແລະ ​ເພື່ອ​ການ​ພັດ​ທະນະາຂອງ​ອາ​ຊຽນ. ທ່ານ Bilahari Kausikan ​ໄດ້ຢືນຢັນ​ວ່າ ຈະ​ສົມທົບ​ກັບ​ຫວຽດນາມ​ ຢ່າງ​​ແໜ້ນ​​ແຟ້ນ​ເພື່ອຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ແທ້​ຈິງ ​ແລະ ມີ​ຄວາມ​ໝາຍ ​ເພື່ອ​ສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປີ 2013.

ເມື່ອແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ, ທ່ານ​ລັດຖະມົນຕີ Pham Binh Minh ​ແລະ ທ່ານເລຂາ​ຜູ້​ປະຈຳ​ການກະຊວງ​ການ​ຕ່າງປະ​ເທດ Bilahari Kausikan ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ເວທີປາ​ໄສ​ສາກົນ ​ແລະ ພາກ​ພື້ນ​ຄື ອາ​ຊຽນ, ​APEC, ASEM...; ພິ​ເສດ​ແມ່ນ​​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ບົດບາດ​ໃຈກາງ​ຂອງ​ອາຊຽນ, ມຸ່ງ​ໄປ​ເຖິງ​ການສ້າງ​ປະຊາ​ຄົມ​ອາ​ຊຽນໃນ​ປີ 2015; ພ້ອມ​ກັນ​ນັ້ນກໍ່ສືບ​ຕໍ່​ສົມທົບ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ຈີນ ​ໃນ​ການ​ປະຕິບັດ​ຖະ​ແຫຼ​ງ​ການກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນອອກ (DOC) ​ແລະ ຮຽບຮຽງປະມວນ​ລະບຽບ​ການ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

ຂ່າວ/ບົດ​ອື່ນ