ເລີ່ມຕົ້ນການເຄື່ອນໄຫວທາງການໃນຂອບເຂດເວທີປາໄສອາຊີປົວຢາວ

ເລີ່ມຕົ້ນການເຄື່ອນໄຫວທາງການໃນຂອບເຂດເວທີປາໄສອາຊີປົວຢາວ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 26/3, ເວ​ທີ​ປາ​ໄສ​ອາ​ຊີ ປົວ​ຢາວ ໄດ້​ເລີ່​ມ​ຈັດ​ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ຂອງ​ເວ​ທີ​ປ​າ​ໄສ. ດ້ວຍ​ຫົວ​ຂໍ້ “ອະ​ນາ​ຄົດ​ໃໝ່​ຂອງອາ​ຊີ: ມຸ່ງ​ໄປ​ເຖິງ​ປະ​ຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ດຽວ”, ນອກ​ຈາກວາ​ລະ​ໄຂ​ໃນ​ວັນ​ທີ 28/3, ເວ​ທີ​ປ​າ​ໄສ​ປີນີ້​ໄດ້​ຈັດ 2 ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ແລະ 77 ວາ​ລະ​ປືກ​ສາ​ຫາ​ລື, ປະ​ຊຸມ​ເປັນ​ກຸ່ມ ແລະ ປະ​ຊຸມ​ໂຕະ​ມົນ, ປຶກ​ສາ​ຫາ​ລື 6 ເນື້ອ​ໃນ​ຕົ້ນ​ຕໍ​ແມ່ນ​ເສດ​ຖະ​ກິດ​ມະ​ຫາ​ພາກ, ຮ່ວມ​ມື​ພາກ​ພື້ນ, ຫັນ​ປ່ຽນ​ຂະ​ແໜງ​ອາ​ຊີບ, ​ປະ​ດິດ​ສ້າງ​ດ້ານ​ເຕັກ​ນິກ, ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ ແລະ ການ​ຊ່ວຍ​ເຫຼືອ​ສັງ​ຄົມ.

        ເວ​ທີ​ປາ​ໄສ​ຄັ້ງ​ນີ້ກໍ່​ເລີ່ມ​ເປັນ​ການ​ເຄື​່ອນ​ໄຫວ​ “ປີ​ຮ່ວມ​ມື​ກ່ຽວ​ກັບທະ​ເລ ຈີນ - ອາ​ຊຽນ”, ດ້ວຍ​ຈຸດ​ປະ​ສົງ ​ສ້າງ​​ບັນ​ຍາ​ກາດ​ສັນ​ຕິ​ພາບ ແລະ ສ້າງ​ສາ,  ໄກ​ເກ່ຍ​ຄວາມບໍ່​ລົງ​ລອຍ​ກັນ, ເພີ່ມ​ທະ​ວີ​ຄວາມ​ຮັບ​ຮູ້​ລວມ, ຊຸກ​ຍູ້​ການ​ຮ່ວມ​ມື​ທະ​ເລ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ ແລະ ມະ​ຫາ​ສະ​ໝຸດ ອິນ​ເດຍ.

        ຕາມ​ບົດ​ລາຍ​ງານ​ຂອງ​ຄະ​ນະ​ຈັດ​ຕັ້ງ, ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ ແລະ ປະ​ມຸກ​ລັດ, ​ບັນ​ດາຜູ້​ນຳ​ໜ້າ​ລັດ​ຖະ​ບານ​​ຂອງ 6 ​ປະ​ເທດ​ຈະ​ເຂົ້າ​ຮ່ວມ​ວາ​ລະ​ໄຂກອງ​ປະ​ຊຸມ. ນອກ​ຈາກນັ້ນ​, ຍັງ​ມີ​ປະ​ມານ​ເຈົ້າ​ໜ້າ​ທີ່​ຂັ້ນ​ລັດ​ຖະ​ມົນ​ຕີ ແລະ ທຽບ​ເທົ່າ ປະ​ມານ 80 ທ່ານ, ຜູ້​ຕາງ​ໜ້າ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫຍ່​ຂຶ້ນ​ກັບ Top 500 ວິ​ສາ​ຫະ​ກິດ​ອັນ​ດັບ​ໜຶ່ງ​ຂອງ​ໂລກ 60 ທ່ານ, ແລະ​ຜູ້​ແທນ​​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ຢ່າງ​ເປັນປະ​ມານ 1700 ທ່ານ​.


ຂ່າວ/ບົດ​ອື່ນ