“ເລື່ອງກະວີຮວາລື"
ພາບ:zing.vn
|
(vovworld)- ຕອນເຊົ້າວັນທີ 5/5/2016, ຢູ່ ເຂດປູຊະນີຍະສະຖານ ພະລາດຊະວັງທັງລອງ, ພັນທະມິດສະຖິຕິໂລກ (WorldKings)ໄດ້ຈັດຕັ້ງພິທີມອບຫນັງສືຢັ້ງຢືນສະຖິຕິໂລກໃຫ້ແກ່ປື້ມສະບັບຫນຶ່ງດຽວ “ເລື່ອງກະວີຮວາລື” ໂດຍໄດ້ຮັບການຮັບຮອງໃນວັນທີ 3/3/2016. ນີ້ແມ່ນປື້ມກະວີພັນລະນາເມືອງຫລວງເກົ່າ ຮວາລື ສະບັບຫນຶ່ງດຽວ ໄດ້ຮັບການຜະລິດໃນໂອກາດພິທີສະເຫລີມສະຫລອງ 1000 ພັນປີແຫ່ງທັງລອງ ໂດຍອົງການສະຖິຕິ ຫວຽດນາມ ມອບລາງວັນສະຖິຕິສະບັບຫນຶ່ງດຽວປີ 2010. “ເລື່ອງກະວີຮວາລື” ແມ່ນປື້ມວັນນະຄະດີສິລະປະຂອງ ສາດສະດາຈານ, ສະມາຊິກສະພາມະຫາບັນດີດ ຮ່ວາງກວາງທ້ວນ, ຫົວຫນ້າສະຖາບັນເຕັກໂນໂລຊີ ໂທລະຄົມມະນາຄົມ- ສະພາມະຫາບັນດີດ ແລະ ວິທະຍາສາດເຕັກໂນໂລຊີ ຫວຽດນາມ. ປື້ມດັ່ງກ່າວ ໂດຍນັກຈິດຕະກອນ ເຈີນກວກເອີນ ຜະລິດດ້ວຍຂະຫນາດ 109 cm x 70 cm x 10 cm, ມີນ້ຳຫນັກ 54 ກິໂລກາມ. ຫນ້າປົກເຮັດດ້ວຍໄມ້ປະເພດຫາຍາກ, ແກະຄວັດສະຫລັກຮູບມັງກອນ, ດ້ວຍບົດກະວີ 121 ບົດຂຽນດ້ວຍມືໃສ່ເຈ້ຍຫນັງປອມ ແລະ ມີຮູບຖ່າຍ 121 ແຜ່ນ.ສາດສະດາຈານ, ສະມາຊິກສະພາມະຫາບັນດີດ ຮ່ວາງກວາງທ້ວນ ໃຫ້ຮູ້ວ່າ:
“ຈຸດທີ່ເປັນເອກະລັກສະເພາະຂອງປື້ມຫົວນີ້ແມ່ນເວົ້າເຖິງປະຫວັດສາດຂອງຄົນລຸ້ນກອ່ນ ໃນໄລຍະນັບພັນປີແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນສະໄຫມເຈົ້າຊີວິດ ດີງຕຽນຮ່ວາງ ຮອດສະໄຫມເຈົ້າຊີວິດ ລີກົງອວນ.”