ເວທີປາໄສການເຊື່ອມຕໍ່ວິສາຫະກິດກະສິກຳຫວຽດນາມ-ຍີ່ປຸ່ນ

(VOVWORLD) -ຕອນເຊົ້າວັນທີ 19/9, ທີ່ນະຄອນຫຼວງຮ່າໂນ້ຍ, ກົມການປຸງແຕ່ງແລະພັດທະນາຕະຫຼາດຜະລິດຕະພັນກະເສດ, ກະຊວງກະສິກຳແລະພັດທະນາຊົນນະບົດຫວຽດນາມໄດ້ສົມທົບກັບສະຖານທູດຍີ່ປຸ່ນແລະອົງການສົ່ງເສີມການຄ້າຕ່າງປະເທດຍີ່ປຸ່ນ ປະຈຳຫວຽດນາມ ຈັດຕັ້ງເວທີປາໄສເຊື່ອມຕໍ່ວິສາຫະກິດກະສິກຳຫວຽດນາມ-ຍີ່ປຸ່ນ.
ເວທີປາໄສການເຊື່ອມຕໍ່ວິສາຫະກິດກະສິກຳຫວຽດນາມ-ຍີ່ປຸ່ນ - ảnh 1 ເວທີປາໄສການເຊື່ອມຕໍ່ວິສາຫະກິດກະສິກຳຫວຽດນາມ-ຍີ່ປຸ່ນ (ພາບ: TTXVN)

ເນື້ອໃນຕົ້ນຕໍທີ່ນຳມາປຶກສາຫາລືຢູ່ເວທີປາໄສແມ່ນແນໃສ່ແນະນຳຄວາມສາມາດບົ່ມຊ້ອນແລະ ກາລະໂອກາດການຮ່ວມມືດ້ານກະສິກຳລະຫວ່າງຫວຽດນາມ - ຍີ່ປຸ່ນນັບແຕ່ສັນຍາຄູ່ຮ່ວມຍຸດທະສາດຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP) ແລະບັນດານະໂຍບາຍພິເສດດ້ານການລົງທຶນເຂົ້າໃນການຜະລິດ, ການປຸງແຕ່ງຜະລິດຕະພັນກະເສດຢູ່ຫວຽດນາມ. ສະໜອງຂໍ້ມູນຂ່າວສານກ່ຽວກັບບັນດາຂໍ້ກຳນົດສຳຜັດກັບຕະຫຼາດຍີ່ປຸ່ນສຳລັບກັບປະເພດສິນຄ້າຜະລິດຕະພັນກະເສດ, ສະບຽງອາຫານ; ລະບຽບການນຳເຂົ້າ, ບັນດາຂໍ້ກຳນົດກ່ຽວກັບຫຼັກອານາໄມຄວາມປອດໄພດ້ານສະບຽງອາຫານ, ຂັ້ນຕອນການປະຕິບັດຂໍ້ກຳນົດການບໍລິຫານແລະລະບົບບັນດາບໍລິສັດຂາຍຍົກແລະຂາຍຍ່ອຍຂອງຍີ່ປຸ່ນ. ວິເຄາະສະພາບການດ້ານການຄ້າ ແລະການລົງທຶນຂອງວິສາຫະກິດຍີ່ປຸ່ນເຂົ້າໃນຂົງເຂດກະສິກຳແລະສະບຽງອາຫານປຸງແຕ່ງຢູ່ຫວຽດນາມກໍ່ຄືການສະເໜີບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງບັນດາວິສາຫະກິດສອງປະເທດໂດຍຜ່ານບັນດາການເຄື່ອນໄຫວລະອຽດໃນການໜູນຊ່ວຍການຊົມໃຊ້ຜະລິດຕະພັນກະເສດ ແລະ ສະບຽງອາຫານປຸງແຕ່ງຢູ່ຫວຽດນາມ ເຂົ້າໃນລະບົບຮ້ານສັບພະສິນຄ້າ AEON ຢູ່ຫວຽດນາມແລະໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ