ເວທີປາໄສຊາວຫນຸ່ມເຄື່ອນໄຫວເພື່ອອາກາດຢູ່ ຮ່າໂນ້ຍ

(VOVWORLD) - ຊາວຫນຸ່ມປາດຖະຫນາຢາກຍົກອອກຂໍ້ລິເລີ່ມປະດິດຄິດສ້າງຈຶ່ງສາມາດດຶງດູດການເຂົ້າຮ່ວມຂອງຊາວຫນຸ່ມເປັນຈຳນວນຫລວງຫລາຍ ແລະ ສ້າງກຳລັງຫນູນໃຫ້ຊາວຫນຸ່ມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ເວທີປາໄສຊາວຫນຸ່ມເຄື່ອນໄຫວເພື່ອອາກາດຢູ່ ຮ່າໂນ້ຍ  - ảnh 1ທ່ານນາງ Caitlin Wiesen ຫົວຫນ້າອົງການ UNDP ປະຈຳ ຫວຽດນາມ (ພາບ: baotainguyenmoitruong.vn)

ວັນທີ 25 ກຸມພາ, ໂຄງການພັດທະນາຂອງ ສປຊ (UNDP), ກະຊວງຊັບພະຍາກອນມະນຸດ ແລະສິ່ງແວດລ້ອມ ພ້ອມກັບສູນກາງຊາວຫນຸ່ມກອມມູນິດ ໂຮ່ຈີມິນ ຮ່ວມຈັດຕັ້ງເວທີປາໄສຊາວຫນຸ່ມເຄື່ອນໄຫວເພື່ອອາກາດ (Youth 4 Climate) ຢູ່ ຮ່າໂນ້ຍ. ເວທີປາໄສນີ້ ແມ່ນເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດຂອງຜູ້ຕາງຫນ້າຊາວຫນຸ່ມປະຈຸບັນ ແລະ ເຄືອຂ່າຍຊຸກຍູ້ບັນດາການເຄື່ອນໄຫວກ່ຽວກັບອາກາດຢູ່ບັນດາເວທີປາໄສແຫ່ງຊາດ ແລະສາກົນ.

ທ່ານນາງ Caitlin Wiesen ຫົວຫນ້າອົງການ UNDP ປະຈຳ ຫວຽດນາມ ເນັ້ນຫນັກວ່າ: ຜ່ານການມອບສິດໃຫ້ຊາວຫນຸ່ມ, ຫວຽດນາມ ສາມາດເປີດອອກຄວາມສາມາດບົ່ມຊ້ອນໃຫມ່ເພື່ອປະຕິບັດຂໍ້ຕົກລົງ ປາຣີ ແລະ ການປະກອບສ່ວນໂດຍປະເທດຊາດຕັດສິນເອງໃຫ້ແກ່ຫວຽດນາມ ໃນອະນາຄົດ.

ທ່ານຫງວຽນງອກເລືອງ, ເລຂາສູນກາງຊາວຫນຸ່ມ ແບ່ງປັນວ່າ: ຊາວຫນຸ່ມປາດຖະຫນາຢາກຍົກອອກຂໍ້ລິເລີ່ມປະດິດຄິດສ້າງຈຶ່ງສາມາດດຶງດູດການເຂົ້າຮ່ວມຂອງຊາວຫນຸ່ມເປັນຈຳນວນຫລວງຫລາຍ ແລະ ສ້າງກຳລັງຫນູນໃຫ້ຊາວຫນຸ່ມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ