ເວທີປາໄສພັດທະນາເຂດທົ່ງພຽງແມ່ນ້ຳຂອງແບບຍືນຍົງ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຫັນດີກັບແຜນນະໂຍບາຍຈັດເວທີປາໄສພັດທະນາເຂດທົ່ງພຽງແມ່ນ້ຳຂອງແບບຍືນຍົງ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໃນເດືອນ ຕຸລາ 2019.

ເຂດທົ່ງພຽງແມ່ນ້ຳຂອງ ແມ່ນເຂດດິນທີ່ກວ້າງໃຫຍ່ ກວມເອົາ 12% ເນື້ອທີ່ດິນ, 19% ຈຳນວນພົນລະເມືອງຂອງຫວຽດນາມ; ມີທ່າແຮງກ່ຽວກັບການພັດທະນາກະສິກຳ, ອຸດສາຫະກຳທັນຍາຫານ, ການທ່ອງທ່ຽວ; ແມ່ນສູນຜະລິດກະສິກຳໃຫຍ່ທີ່ສຸດຂອງຫວຽດນາມ. ໃນສະພາບໂລກາພິວັດ, ເຊື່ອມໂຍງເຂົ້າກັບສາກົນ, ເຂດທົ່ງພຽງແມ່ນ້ຳຂອງ ມີກາລະໂອກາດຫຼາຍຢ່າງເພື່ອພັດທະນາ, ແຕ່ກໍ່ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ຍ້ອນການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງ. ສະພາບຕົວຈິງໄດ້ຮຽກຮ້ອງຕ້ອງມີວິໄສທັດໃໝ່, ກຳນົດທິດຍຸດທະສາດ, ບັນດາມາດຕະການແກ້ໄຂຢ່າງຮອບດ້ານ, ຄົບຊຸດ ແລະ ການເຂົ້າຮ່ວມຂອງບັນດາພາກສ່ວນເສດຖະກິດ ເພື່ອພັດທະນາເຂດທົ່ງພຽງແມ່ນ້ຳຂອງແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ