ເວທີປາໄສວິສາຫະກິດຫວຽດນາມຢູ່ຍີ່ປຸ່ນ

ເວທີປາໄສວິສາຫະກິດຫວຽດນາມຢູ່ຍີ່ປຸ່ນ - ảnh 1
(ພາບປະກອບ)

​(vovworld) - ກະຊວງ​ອຸດສາຫະກຳ​ການ​ຄ້າ ​ໄດ້​ສົມທົບ​ກັບ​ສະຖານທູດ​ຫວຽດນາມ ປະຈຳ​ຍີ່ປຸ່ນ ​ແລະ ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມ ປະຈຳ​ຍີ່ປຸ່ນ ຫາ​ກໍຈັດ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ຍີ່ປຸ່ນ. ກ່າວ​ຄຳ​ເຫັນ​ໄຂ​ເວທີ​ປາ​ໄສ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຍີ່​ປຸ່ນ ດ່ວານ​ຊວນ​ຮື​ງ ສະ​ເໜີ​ໃຫ້​ບັນດາ​ຜູ້​ແທນ ​ແລະ ​ແຂກ​ຖືກ​ເຊີນ​ປະກອບ​ຄຳ​ເຫັນ ​ເພື່ອ​ແນ​ໃສ່​ຊອກ​ຫາ​ບັນດາ​ມາດຕະການຢ່າງ​ຕັ້ງໜ້າ​ທີ່​ສຸດ ​ເພື່ອ​ຊ່ວຍ​ຊາວຫວຽດນາມ, ວິ​ສາ​ຫະກິດ​ຫວຽດນາມ ອາ​ໄສ​ຢູ່​ຍີ່ປຸ່ນ ດຳລົງ​ຊີວິດ ​ແລະ ອ່ວາຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ບົນ​ພື້ນຖານ​ການ​ພົວພັນ 2 ຝ່າຍ​ຫວຽດນາມ - ຍີ່ປຸ່ນ ພວມ​ພັດທະນາ​ຢ່າງ​ສະດວກ…

      ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ ​ແລະ ​ແຂກ​ຖືກ​ເຊີນ ​ໄດ້​ຮັບ​ຟັງ​ທ່ານ ​ເລ​ອານ​ຫາຍ, ຮອງ​ຫົວໜ້າ​ກົມ​ຕະຫຼາດ​ອາຊີ - ປາຊີ​ຟິກ, ກະຊວງ​ອຸດສາຫະກຳ​ການ​ຄ້າ ຕີ​ລາ​ຄາ​ກ່ຽວ​ກັບ​ກຳລັງ​ແກ່ງ​ແຍ້​ງຂອງ​ສິນຄ້າ​ຫວຽດນາມ ​ແລະ ​ແງ່​ຫວັງ​ຮ່ວມ​ມື​ຫວຽດນາມ - ຍີ່ປຸ່ນ, ຄຳ​ກ່າວ​ປາ​ໄສ​ຂອງ​ທ່ານ​ປະທານ​ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມ ປະຈຳ​ຍີ່ປຸ່ນ ກ່ຽວ​ກັບ​ສະພາບ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ຍີ່ປຸ່ນ ​ແລະ ບັນຫາ​ເລີ່​ມສ້າງອາ​ຊີບ.

ຂ່າວ/ບົດ​ອື່ນ