(ພາບ:bbc.co.uk)
(VOV)- ວັນທີ 29/10, ທີ່ສຳນັກງານຄະນະເລຂາສະຫະສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢູ່ນະຄອນຫຼວງຈັກກາຕາ ປະເທດອິນໂດເນເຊຍ, ໄດ້ຈັດໃຫ້ມີເວທີປາໄສຮ່ວມມືພັດທະນາຂໍ້ລິເລີ່ມໃຫ້ແກ່ການເຊື່ອມໂຍງອາຊຽນຄັ້ງທີ 4 (IDCF) ໂດຍມີການເຂົ້າຮ່ວມຂອງທ່ານເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ປະຈຳບັນດາປະເທດສະມາຊິກອາຊຽນ, ເອກອັກຄະລັດຖະທູດບັນດາປະເທດ ຄູ່ຮ່ວມມືເຈລະຈາຂອງອາຊຽນ ພ້ອມດ້ວຍບັນດາອົງການພັດທະນາພາກພື້ນ ແລະ ໂລກ. IDCF ຄັ້ງທີ 4 ສຸມໃສ່ປຶກສາຫາລືຂອບເຂດຍຸດທະສາດ ແລະ ແຜນການເຮັດວຽກໃຫ້ແກ່ການເຊື່ອມໂຍງອາຊຽນ (IAI) ໄລຍະທີ 2 ຄືແຕ່ປີ 2009-2015 ພາຍຫຼັງໄດ້ສ້າງແຜນການເຮັດວຽກໃຫ້ແກ່ IAI ໄລຍະ 1 ຄືແຕ່ປີ 2002-2008 ສຳເລັດ, ບັນດາມາດຕະການປະຕິບັດ ແລະ ຍົກສູງປະສິດທິຜົນ, ເພີ່ມທະວີການຮ່ວມມືໃນກຸ່ມ ແລະ ກັບບັນດາຄູ່ຮ່ວມມືເຈລະຈາເພື່ອແນໃສ່ຮັດແຄບຊ່ອງວ່າງການພັດທະນາໃນອາຊຽນ ໂດຍໄວ, ໂດຍສະເພາະແມ່ນລະຫວ່າງກຸ່ມ 6 ປະເທດສະມາຊິກເກົ່າຄື: ສິງກະໂປ, ບຣູໄນ, ໄທ, ມາເລເຊຍ, ອິນໂດເນເຊຍ ແລະ ຟີລິບປິນ ແລະ 4 ປະເທດສະມາຊິກໃໝ່ໃນກຸ່ມ CLMV ຄືກຳປູເຈຍ, ລາວ, ມ້ຽນມາ ແລະ ຫວຽດນາມ, ເພີ່ມທະວີການຮ່ວມມືເພື່ອໜູນຊ່ວຍບັນດາປະເທດ CLMV ເຊື່ອມຕົວເຂົ້າກັບອາຊຽນ ຢ່າງໄວວາກ່ວາ ມຸ້ງໄປເຖິງປະຊາຄົມລວມໃນປີ 2015.