ເວທີປາໄສເພື່ອອະນາຄົດສ.ເກົາຫຼີ - ຫວຽດນາມ ຄັ້ງທີ 2

ເວທີປາໄສເພື່ອອະນາຄົດສ.ເກົາຫຼີ - ຫວຽດນາມ ຄັ້ງທີ 2 - ảnh 1
ເວທີປາໄສເພື່ອອະນາຄົດສ.ເກົາຫຼີ - ຫວຽດນາມ ຄັ້ງທີ 2
(ພາບ: nhandan.com.vn)


(vovworld) – ​ເວທີ​ປາ​ໄສ​ເພື່ອ​ອະນາຄົດຂອງ​ສ.​ເກົາຫຼີ - ຫວຽດນາມ ຄັ້ງ​ທີ 2 ດຳ​ເນີນ​ໄປ​ຢູ່​ນະ​ຄອນ​ຫຼວງ ​ເຊີ​ອູ​ນ, ປະ​ເທດສ.​ເກົາຫຼີ, ​ໃນ​ວັນ​ທີ 19/03, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕ່າງປະ​ເທດ Shin Dong ik, ປະທານກອງ​ທຶນ​ພົບ​ປະ​ແລກປ່ຽນ​ສາກົນ​ສ.​ເກົາຫຼີ Yoo Hyeon seok ​ແລະ ​ເຈົ້າ​ໜ້າ​ທີ່, ນັກຮຽນ​ຮູ້​ອັນ​ດັບ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ການ​ທູດ, ວັດທະນະທຳຂອງ​ປະ​ເທດ​ເຈົ້າພາບ​ກວ່າ 20 ທ່ານ. ສ່ວນຝ່າຍ​ຫວຽດນາມ ມີ​ທ່ານ​ສາດສະດາຈານ, ດ.ຣ ຫງວຽນ​ຊວນ​ທັ໋ງ, ປະທານ​ສະພາ​ມະຫາບັນ​ດິດວິທະຍາສາດ​ສັງຄົມ​ຫວຽດນາມ, ນັກ​ຊ່ຽວຊານ, ນັກຮຽນ​ຮູ້​ກ່ຽວ​ກັບ​ການ​ພົວພັນ​ຫວຽດນາມ - ສ.​ເກົາຫຼີ ​ພ້ອນກັນເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ໄຂ​​ເວທີ​ປາ​ໄສ, ທ່ານ ຫງວຽນ​ຊວນ​ທັ໋ງ ​ເນັ້ນ​ໜັກ​ວ່າ, ​ເວທີ​ປາ​ໄສ​ແມ່ນ​ໂອກາດ​ເພື່ອ​​ໃຫ້​ບັນດາ​ນັກ​ວາງ​ແຜນ​ນະ​ໂຍບາຍ, ນັກ​ຊ່ຽວຊານ, ນັກຮຽນ​ຮູ້ຂອງ 2 ປະ​ເທດ​ປຶກສາ​ຫາລື ​ແລະ ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ດ້ານ​ນະ​ໂຍບາຍ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ ກໍ່​ຄື​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສ.​ເກົາຫຼີ ​ໃນ​ໄລຍະ​ຈະ​ມາ​ເຖິງ. ບັນດາ​ເຈົ້າ​ໜ້າ​ທີ່ລັດຖະບານ, ສະພາ​ແຫ່ງ​ຊາດ​ສ.​ເກົາຫຼີ ລ້ວນ​ແຕ່​ຕີ​ລາຄາ​ສູງ​ການ​ພັດທະນາ​ຢ່າງ​ແຮງ, ​​ເລິກ​ເຊິ່ງ​ຂອງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ຢືນຢັນ​ວ່າ, ຍາມ​ໃດ ສ.​ເກົາຫຼີກໍ່​ສະ​ໜັບ​ສະ​ໜູນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງກວ່າ​ອີກ, ​​ແນ​ໃສ່​ນຳ​ມາ​ເຊິ່ງຄວາມ​ວັດທະນາ​ຖາ​ວອນ​ໃຫ້​​ແກ່ປະຊາຊົນ 2 ປະ​ເທດ.

        ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື 3 ຫົວ​ຂໍ້​ໃຫຍ່​ຄື: “ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສ.​ເກົາຫຼີ: ການຮ່ວມ​ມື​ດ້ານ​ການ​ທູ​ດ ​ແລະ ​ເສດຖະກິດ”, “​ແຫຼມ​ເກົາຫຼີ ​ແລະ ສະພາບ​ການ​ການ​ເມືອງ​ພາກ​ພື້ນ”, “ບັນດາ​ບັນຫາ​ວັດທະນະທຳ - ສັງຄົມ 2 ຝ່າຍ ​ແລະ ມາດ​ຕະການ​ເຮັດ​​ໃຫ້​ໃນ​ການ​ພົວພັນ​ຄູ່ຮ່ວມ​ມືມີ​ຄວາມ​ໝັ້ນຄົງ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ”.

ຂ່າວ/ບົດ​ອື່ນ