ເວທີປາໄສເສດຖະກິດຮ່ວມມື, ສະຫະກອນ ປີ 2023 ຈະດຳເນີນໃນເດືອນ ຕຸລາ

(VOVWORLD) - 2022, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານເວທີປາໄສເສດຖະກິດຮ່ວມມື, ສະຫະກອນ ປີ 2022 ຕາມແບບເຊິ່ງໜ້າ ສົມທົບກັບແບບທາງໄກກັບ 63 ແຂວງ, ນະຄອນ.
ເວທີປາໄສເສດຖະກິດຮ່ວມມື, ສະຫະກອນ ປີ 2023 ຈະດຳເນີນໃນເດືອນ ຕຸລາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ກອງປະຊຸມປີ 2022

ເວທີປາໄສເສດຖະກິດຮ່ວມມື, ສະຫະກອນ ປີ 2023, ດ້ວຍຫົວຂໍ້ວ່າ “ສ້າງນະໂຍບາຍໜູນຊ່ວຍຂອງລັດໃຫ້ສົມບູບແບບ - ກຳລັງໜູນຊຸກຍູ້ການພັດທະນາເສດຖະກິດລວມໝູ່, ສະຫະກອນ ໃນໄລຍະໃໝ່”, ຄາດວ່າຈະໄດ້ຈັດຂຶ້ນໃນເດືອນຕຸລານີ້. ປີ 2022, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານເວທີປາໄສເສດຖະກິດຮ່ວມມື, ສະຫະກອນ ປີ 2022 ຕາມແບບເຊິ່ງໜ້າ ສົມທົບກັບແບບທາງໄກກັບ 63 ແຂວງ, ນະຄອນ. ເວທີປາໄສໄດ້ຕີລາຄາໂດຍພື້ນຖານ, ພາວະວິໄສ, ຮອບດ້ານ, ເລິກເຊິ່ງ ບັນດາທ່າອ່ຽງຫັນເປັນດີຈີຕອນ, ສະພາບແວດລ້ອມຫັນເປັນດີຈີຕອນແຫ່ງຊາດ, ບັນດາຄຳຮຽກຮ້ອງພາວະວິໄສທີ່ຄວນໄດ້ປ່ຽນໃໝ່ຂອງຮູບແບບເສດຖະກິດນີ້, ກໍ່ຄືສະເໜີໜ້າທີ່, ມາດຕະການຈຸດສຸມທີ່ຄວນຈະປະຕິບັດໃນໄລຍະຈະມາເຖິງ. ພິເສດ, ບັນດາມາດຕະການໄດ້ຍົກອອກມາຕິດພັນກັບຄວາມຕັດສິນໃຈຫັນປ່ຽນດີຈີຕອນຂອງ ຫວຽດນາມ  ເພື່ອປ່ຽນແປງຮູບແບບການຄຸ້ມຄອງ, ບໍລິຫານຂອງຮູບບແບບເສດຖະກິດລວມໝູ່, ສະຫະກອນ.

ຕອບກັບ

ຂ່າວ/ບົດ​ອື່ນ