ເສດຖະກິດ ລັດເຊຍ ພັດທະນາເປັນປົກກະຕິໂດຍບໍ່ຫົວຊາຕໍ່ຄຳສັ່ງລົງໂທດ

(VOVWORLD) - ໂດຍບໍ່ຫົວຊາຕໍ່ບັນດາມາດຕະການລົງໂທດ ແລະ ລາຄານ້ຳມັນຫລຸດລົງ, ພື້ນຖານເສດຖະກິດ ລັດເຊຍ ຍັງຄົງພັດທະນາ.
ເສດຖະກິດ ລັດເຊຍ ພັດທະນາເປັນປົກກະຕິໂດຍບໍ່ຫົວຊາຕໍ່ຄຳສັ່ງລົງໂທດ - ảnh 1 (ພາບປະກອບ)

ນັ້ນແມ່ນຂໍ້ສັງເກດຂອງນັກຊ່ຽວຊານເສດຖະກິດ ທີ່ໄດ້ລົງພິມໃນໜັງສືພິມ Frankfurter Allgemeine Zeitung ຂອງ ເຢຍລະມັນ ສະບັບອອກໃໝ່ສຸດ. ຕາມຂໍ້ມູນຂອງອົງການສະຖິຕິແຫ່ງສະຫະພັນ ລັດເຊຍ ແລ້ວ, ໄຕມາດ 2 ປີນີ້, ຄາດໝາຍເສດຖະກິດ ລັດເຊຍ ເພີ່ມ 2,5% ເມື່ອທຽບໃສ່ປີ 2016. ນີ້ແມ່ນບາດກ້າວກະໂດດຂັ້ນໃຫຍ່ສຸດນັບແຕ່ໄຕມາດ 3 ປີ 2012 ຍ້ອນມີການເຕີບໂຕແຮງໃນຂະແໜງກໍ່ສ້າງ ແລະ ອຸດສາຫະກຳ. ນັກຊ່ຽວຊານເສດຖະກິດໃຫ້ຂໍ້ສັງເກດວ່າ ບັນດາຕົວເລກນີ້ ສະແດງໃຫ້ເຫັນຄວາມເປັນປົກກະຕິຂອງສະພາບເສດຖະກິດພາຍໃນປະເທດ. ຕາມວົງການນັກຊ່ຽວຊານແລ້ວ, ການຄ້າ ລັດເຊຍ ມີທ່າອ່ຽງພັດທະນາຢ່າງຕັ້ງໜ້າ. ດັ່ງນັ້ນ,  ພື້ນຖານເສດຖະກິດ ລັດເຊຍ ເປັນທີ່ຈະແຈ້ງແລ້ວວ່າ ໄດ້ຮັບມືເປັນຢ່າງດີຕໍ່ບັນດາມາດຕະການລົງໂທດຂອງຝ່າຍຕາເວັນຕົກພ້ອມກັບເລື່ອງລາຄານ້ຳມັນຫລຸດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ