ເສດຖະກິດນະຄອນ ໂຮ່ຈີມິນ ອາດຈະບັນລຸລະດັບເຕີບໂຕແຕ່ 7 – 7,5% ໃນປີ 2024

(VOVWORLD) - ບົດລາຍງານໄດ້ສະໜອງການສັງເກດຢ່າງຮອບດ້ານກ່ຽວກັບເສດຖະກິດຂອງນະຄອນໃນໄລຍະ 6 ເດືອນຕົ້ນປີ 2024
ເສດຖະກິດນະຄອນ ໂຮ່ຈີມິນ ອາດຈະບັນລຸລະດັບເຕີບໂຕແຕ່ 7 – 7,5% ໃນປີ 2024 - ảnh 1(ການປະກາດໝາກຜົນການຄົ້ນຄວ້າດ້ານເສດຖະກິດຂອງນະຄອນ)

        ຕອນບ່າຍວັນທີ 29 ກໍລະກົດ, ມະຫາວິທະຍາໄລເສດຖະກິດນະຄອນ ໂຮ່ຈີມິນ (UEH) ແລະ ກົມສະຖິຕິນະຄອນ ໂຮ່ຈີມິນ ໄດ້ສົມທົບກັນປະກາດໝາກຜົນການຄົ້ນຄວ້າດ້ານເສດຖະກິດຂອງນະຄອນໃນໄລຍະ 6 ເດືອນຕົ້ນປີ 2024, ຜ່ານ “ບົດລາຍງານເສດຖະກິດນະຄອນ ໂຮ່ຈີມິນ: ການຟື້ນຟູ ແລະ ສິ່ງທ້າທ້າຍ”.

        ບົດລາຍງານໄດ້ສະໜອງການສັງເກດຢ່າງຮອບດ້ານກ່ຽວກັບເສດຖະກິດຂອງນະຄອນໃນໄລຍະ 6 ເດືອນຕົ້ນປີ 2024; ໄຈ້ແຍກບັນດາສິ່ງທ້າທາຍ, ການຄາດຄະເນຄວາມສາມາດການຟື້ນຟູ, ສະເໜີບັນດານະໂຍບາຍໃຫ້ອຳນາດການປົກຄອງນະຄອນ. ຕາມນັ້ນແລ້ວ, ໃນ 6 ເດືອນຕົ້ນປີ 2024, ເສດຖະກິດຂອງນະຄອນ ໂຮ່ຈີມິນ ເຕີບໂຕດີພໍສົມຄວນດ້ວຍລະດັບ 6,64%. ໃນ 6 ເດືອນທ້າຍປີ, ການສົ່ງອອກຂອງນະຄອນ ໂຮ່ຈີມິນ ເວົ້າສະເພາະ ແລະ ຂອງ ຫວຽດນາມ ເວົ້າລວມ ຈະສືບຕໍ່ໄດ້ຮັບຜົນປະໂຫຍດຈາກການເຕີບໂຕເສດຖະກິດທົ່ວໂລກ ແລະ ຖ້າສະດວກ, ຄາດວ່າ, ນະຄອນຈະບັນລຸລະດັບເຕີບໂຕແຕ່ 7 – 7,5%. ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຈ້ອງຮ່ວາຍ, ສະມາຊິກກຸ່ມຄົ້ນຄວ້າບົດລາຍງານ, ໃຫ້ຮູ້ວ່າ:

        “ຫວຽດນາມ ຍັງຕ້ອງອີງໃສ່ 2 ຕະຫຼາດສົ່ງອອກທີ່ເດີມນັ້ນແມ່ນ ອາເມລິກາ ແລະ ຈີນ, ທັງ 2 ຕະຫຼາດນີ້ລ້ວນແຕ່ມີການຜັນແປຫຼາຍຢ່າງ. ສະນັ້ນ, ມາດຕະການແກ້ໄຂໃນໄລຍະຈະມາເຖິງແມ່ນຕ້ອງເປີດກວ້າງການສົ່ງອອກ ດ້ວຍວິທີຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ພິເສດແມ່ນຕະຫຼາດ ອິນເດຍ ແລະ ຕາເວັນອອກກາງ. ກ່ຽວກັບການບໍລິໂພກແມ່ນສືບຕໍ່ກະຕຸ້ນປະຊາຊົນຊື້ສິນຄ້າ. ກ່ຽວກັບອຸດສາຫະກຳ, ແມ່ນຕ້ອງເອົາໃຈໃສ່ເຖິງວິສາຫະກິດພາຍໃນປະເທດ, ເຮັດແນວໃດເພື່ອສ້າງເງື່ອນໄຂໃຫ້ເຂົາເຈົ້າເຂົ້າຮ່ວມຕະຫຼາດດ້ວຍແຫຼ່ງທຶນດີທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ