ເສດຖະກິດພາກເອກະຊົນ ແມ່ນກຳລັງໜູນສຳຄັນເພື່ອພັດທະນາເສດຖະກິດ

(VOVWORLD) - ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ຮ່າໂນ້ຍ, ສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ໄດ້ຈັດຕັ້ງເວທີປາໄສເສດຖະກິດພາກເອກະຊົນ ຫວຽດນາມ ຄັ້ງທີ 2 ປະຈຳປີ 2017 ດ້ວຍຫົວຂໍ້ “ໂຄງການດຳເນີນງານຂອງພາກເອກະຊົນຈາກມະຕິກອງປະຊຸມສູນກາງພັກ ຄັ້ງທີ 5”. 
ເສດຖະກິດພາກເອກະຊົນ ແມ່ນກຳລັງໜູນສຳຄັນເພື່ອພັດທະນາເສດຖະກິດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມ

ເວທີປາໄສສຸມໃສ່ປຶກສາຫາລື ແລະ ເຈລະຈາກ່ຽວກັບຂົງເຂດກະສິກຳ, ທ່ອງທ່ຽວ ແລະ ເສດຖະກິດດີຈີຕອນ. ຕາມຕາມສະຖິຕິ, ປະຈຸບັນມີເສດຖະກິດພາກເອກະຊົນ ພວມປະກອບສ່ວນສຳຄັນເຂົ້າໃນການເຕີບໂຕເສດຖະກິດຂອງປະເທດຊາດ. ນັບແຕ່ປີ 2010 ມາເຖິງປະຈຸບັນ, ເສດຖະກິດພາກເອກະຊົນປະກອບສ່ວນເຖິງ 43% GDP ໃນຂະນະທີ່ອັດຕາສ່ວນນີ້ຂອງເສດຖະກິດພາກລັດແມ່ນປະມານ 29%.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຍໍ້າການຕີລາຄາ ຂອງ ທ່ານປະທານທະນາຄານໂລກ Jim Yong Kim ກ່ຽວກັບເສດຖະກິດ ຫວຽດນາມ, ນັ້ນແມ່ນ ຫວຽດນາມ ພວມມີອະນາຄົດທີ່ສົດໃສ ຍ້ອນມີບັນດາການນຳ, ບັນດາວິສາຫະກິດພາກເອກະຊົນ ແລະ ປະຊາຊົນກໍ່ຄືທີ່ຕັ້ງດ້ານພູມສາດທີ່ນອນໃນຂົງເຂດເສດຖະກິດ ອາຊີຕາເວັນອອກ ທີ່ຂະຫຍັນຂັນເຄື່ອນ. ຖ້າຫາກເສີມຂະຫຍາຍຢ່າງຄົບຖ້ວນ ແລະ ມີຫົວຄິດປະດິດສ້າງຂອງພາກເອກະຊົນນັ້ນຈະໄດ້ຮັບຈາກຜົນສຳເລັດນີ້ຫາຜົນສຳເລັດອື່ນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ:

        “ລັດຖະບານໄດ້ເລືອກເອົາການກະທຳແມ່ນມາດຕະຖານສູງສຸດ. ພວກຂ້າພະເຈົ້າກະທຳເພື່ອຮັບໃຊ້ການພັດທະນາ ເວົ້າລວມ, ໃນນັ້ນໄດ້ນຳເສດຖະກິດພາກເອກະຊົນໃຫ້ກາຍເປັນປາຍແຫຼມສຳຄັນຂອງເສດຖະກິດຂອງປະເທດ. ໃນໄລຍະຜ່ານມາ, ລັດຖະບານໄດ້ຈັດຕັ້ງ 25 ກອງປະຊຸມສົ່ງເສີມການລົງທຶນ ແລະ ການພົບປະໂອ້ລົມແລກປ່ຽນກັບວິສາຫະກິດນັບຮ້ອຍຄັ້ງ, ບັນດາການເຮັດວຽກໂດຍຫົວຂໍ້ກ່ຽວກັບ ອຸດສາຫະກຳເຕັກໂນໂລຊີສູງ, ການທ່ອງທ່ຽວ, ການລ້ຽງກຸ້ງ… ຄິດສະເລ່ຍບໍ່ມີມື້ໃດທີ່ລັດຖະບານ ແລະ ນາຍົກລັດຖະມົນຕີ ບໍ່ໄດ້ເຮັດວຽກກັບວິສາຫະກິດ ກ່ຽວກັບຫົວຂໍ້ ວິສາຫະກິດ”.

ຕອບກັບ

ຂ່າວ/ບົດ​ອື່ນ