ເສດຖະກິດຫວຽດນາມພັດທະນາຢ່າງສະໝຳ່ສະເໝີໃນທຸກຂົງເຂດ

ເສດຖະກິດຫວຽດນາມພັດທະນາຢ່າງສະໝຳ່ສະເໝີໃນທຸກຂົງເຂດ - ảnh 1
(ພາບ​ປະ​ກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 27/11, ຢູ່່​ຮ່າ​ໂນ້ຍ, ທ່ານ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງ​​ວ່າການ​ລັດ​ຖະ​ບານ ຫງວຽນ​ວັນ​ເນັນ ໄດ້​ເປັນ​ປະ​ທານ​ການ​ປະ​ຊຸມ​ຂ່າວ​​ປະ​ຈຳ​ເດືອນ 11/2015. ທ່ານ​ລັດ​ຖະ​ມົນ​ຕີ ຫງວຽນ​ວັນ​ເນັນ ໃຫ້​ຮູ້​ວ່າ ກອງ​​ປະ​ຊຸມປະ​ຈຳ​​ເດືອນຂອງ​ລັດ​ຖະ​ບານ ຖືກດຳ​ເນີນ​​ໃນ​ວັນ​ດຽວ​ກັນ, ໂ​ດຍພາຍ​ໃຕ້​​ການ​ເປັນ​ປະ​ທານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ, ໄດ້​ຕີ​ລາ​ຄາ​ສະ​ພາບ​ເສດ​ຖະ​ກິດ, ສັງ​ຄົມ​ໃນ​ເດືອນ 11 ແລະ 11 ເດືອນພວມ​ພັດ​ທະ​ນາ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ໃນ​ທຸກ​ຂົ​ງ​ເຂດ. ປີ 2015, ອັດ​ຕາ​ເຕີບ​ໂຕ GDP ຂອງ​ຫວຽດ​ນາມ ບັນ​ລຸກວ່າ 6,5%. ໄພ​ເງິນ​ເຟີ້​ປີ 2015 ຢູ່​ໃນ​ລະ​ດັບ​ຕ່ຳ ຍ້ອນ​ລາ​ຄາ​ສິນ​ຄ້າ​ຂອງ​ໂລກ​ຫຼຸດ​ລົງ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ຈະ​ສືບ​ຕໍ່​ຕິດ​ຕາມ​ການ​ຜັນ​ແປ​ດ້ານ​ເສດ​ຖະ​ກິ​ດ​ມະ​ຫາ​ພາກ, ເງິນ​ຕາ​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ ເພື່ອ​ມີ​ບັນ​ດາ​ການ​ບໍ​ລິ​ຫານ​ໃຫ້​ເໝາະ​ສົມ.

ຂ່າວ/ບົດ​ອື່ນ