ເສດຖະກິດຫວຽດນາມຟື້ນຕົວໄດ້ສົ່ງຜົນກະທົບຢ່າງຕັ້ງຫນ້າເຖິງຕະຫລາດແຮງງານ

ເສດຖະກິດຫວຽດນາມຟື້ນຕົວໄດ້ສົ່ງຜົນກະທົບຢ່າງຕັ້ງຫນ້າເຖິງຕະຫລາດແຮງງານ - ảnh 1
ພາບປະກອບ:internet


(vovworld)-   ຄາດ​ວ່າ ຄວາມ​ຕ້ອງການຄົນ​ງານ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ໃນ​ບັນດາ​ຂະ​ແຫນງ​ປຸງ​ແຕ່ງ, ປະດິດ​ສ້າງ, ການ​ຜະລິດ​ແຈກ​ຢາຍ​ໄຟຟ້າ​, ອາຍ​ແກ​ສ; ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ, ການ​ເຄ່ືອນ​ໄຫວ​ສາທາລະນະ​ສຸກ, ຫນູນ​ຊ່ວຍ​ສັງຄົມ. ຕາມ​ແຫ​ລ່ງຂ່າວ​ຈາກກະຊວງ​ແຮງ​ງານ ທະຫານ​ເສ​ຍອົງຄະ​ ​ແລະ ສັງຄົມ ຫວຽດນາມ ​ປະກາດ​ໃນ​ວັນ​ທີ 3/9 ​ແລ້ວ, ອັດຕາ​ສ່ວນ​ຜູ້​ວ່າ​ງງານ​ໃນ​ໄຕ​ມາດ 2/2014 ຫລຸດ​ລົງ​ຍັງ​ເຫລືອ​ພຽງ 1,84%. ​ໄຕ​ມາດ 2/2014 ຂະ​ແຫນງ​ກໍ່ສ້າງ ​ແລະ ອຸດສາຫະກຳ​ປຸງ​ແຕ່ງ, ປະດິດ​ສ້າງ ​​ໄດ້​ຟື້ນ​ຕົວ​​ຢ່າງ​ປະ​ທັບ​ໃຈ. ບັນດາ​ຂະ​ແຫນງ​ຫລຸດຜ່ອນ​ວຽກ​​ເຮັດ​ງານ​ທຳ ລວມມີ: ຂະ​ແຫນງ​ການ​ເງິນ ທະນາຄານ ​ແລະ ປະກັນ​ໄພ ຫລຸດຜ່ອນ​ຄົນ​ງານ​ກວ່າ 66.000 ຄົນ. ​ເປັນ​ຫນ້າ​ສົນ​ໃຈ ວຽກ​ເຮັດ​ງານ​ທຳ​ໃນ​ຂະ​ແຫນງ​ກະສິກຳ​ປ່າ​ໄມ້ ​ແລະ ສິນ​ໃນ​ນ້ຳ​ຫລຸດ​ລົງ​ຢ່າງ​ແຮງ.

ຂ່າວ/ບົດ​ອື່ນ