ເສດຖະກິດອາຊີ - ປາເຊຟິກ ອາດຈະຫຼຸດລົງຍ້ອນໄພເງິນເຟີ້ ແລະ ລາຄາທັນຍາຫານ ເພິ່ມຂຶ້ນ

ເສດຖະກິດອາຊີ - ປາເຊຟິກ ອາດຈະຫຼຸດລົງຍ້ອນໄພເງິນເຟີ້ ແລະ ລາຄາທັນຍາຫານ ເພິ່ມຂຶ້ນ - ảnh 1
(ພາບ: internet)

ວັນ​ທີ 8/12, ຢູ່​ທີ່​ກອງ​ປະຊຸມ​ບັນດາ​ນັກ​ວາງ​ແຜນ​​ນະ​ໂຍບາຍ​ເສດຖະກິດ​ຂັ້ນ​ສູງ​ຂອງ 29 ປະ​ເທດ ອາຊີ - ປາ​ເຊ​ຟິກ ທີ່​ພວມ​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ບາງກ​ອກ ປະ​ເທດ​ໄທ, ສະຫະ​ປະຊາ​ຊາດ​ໄດ້ກ່າວ​ເຕື່ອນ​ໄພ​ເງິນ​ເຟິ້ຢູ່​ໃນ​ລະດັບສູງ, ພິ​ເສດ​ແມ່ນ​ລາຄາ​ທັນ​ຍາ​ຫານ ​ແລະ ​ເຊື້ອ​ເພິ​ງ​ເພິ່ມຂຶ້ນ​ສູງ​ຄື​ປະຈຸ​ບັນ ຢູ່​ພາກ​ພື້ນ​ອາ​ຊີ - ປາ​ເຊ​ຟິກນັ້ນ ອາດ​ຈະ​​ເຮັ​ດ​ໃຫ້ລະດັບ​ເຕີບ​ໂຕ​ເສດຖະກິດ​ຂອງ ປີ 2011 ​ແລະ 2012 ຂອງ​ພາກ​ພື້ນ​ນີ້ຫຼຸດ​ລົງ 1,5%. ​ໃນ​ສະພາບ​ການ​ເສດຖະກິດ​ທົ່ວ​ໂລກ​ຊົ່ວ​ຮ້າຍ​ລົງ​ຢ່າງ​ໄວວາ​, ​ລະດັບໄພ​ເງິນ​ເຟິ້ສູງ​ພວມ​ເຮັດ​ໃຫ້​ພາກ​ພື້ນ​ນີ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຕອບ​ສະໜອງ​ບັນດາ​ຈຸດໝາຍ​ພັດທະນາ​ສາກົນ. ທ່ານ​ນາງ Noeleen Heyzer, ຮອງ​ເລຂາທິການ​ໃຫຍ່ ສປຊ, ທັງ​ເປັນ​ເລຂາ​ຄະນະ​ບໍລິຫານ​ງານ UNESCAP ​ເນັ້ນ​ໜັກ​ວ່າ: ຮອດ​ເວລາ​ແລ້ວ​ທີ່​ບັນດາ​ປະ​ເທດ​ພວມ​ພັດທະນາ​ຢູ່​ອາຊີ - ​ປາ​ເຊ​ຟິກຕ້ອງ​ກຳນົດ​ລົບ​ລ້າງ​ຄວາມທຸກ​ຍາກ, ອຶດຫິວ ​ແລະ ການ​ພັດທະນາ​ບໍ່​ພຽງ​ແຕ່​ແມ່ນ​ບັນດາ​ລາຍການ​ສະຫວັດດີ​ການ​ສັງຄົມ, ຫາກ​ຍັງ​ແມ່ນ​ກຳລັງ​ໜູນ​ຂອງ​ການຈະ​ເລີ​ນ​ເຕີບ​ໂຕ​ອີກ​ດ້ວຍ. ທ່ານ​ນາງ​ຍັງ​ເນັ້ນ​ໜັກ​ວ່າ: ກອງ​ປະຊຸມ​ບັນດາ​ນັກ​ວາງ​ແຜນ​ກຳນົດ​ນະ​ໂຍບາຍ​ເສດຖະກິດ​ຂັ້ນ​ສູງ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ຕ້ອງ​ຊອກ​ຫາ​ໂຄງການ​​ນະ​ໂຍບ​າຍທີ່​ເໝາະ​ສົມ​ເພື່ອ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ