ເສີມຂະຫຍາຍກຳລັງແຮງສັງລວມ,ປົກປັກຮັກສາຄວາມສະຫງົບປອດໄພ,ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ

ເສີມຂະຫຍາຍກຳລັງແຮງສັງລວມ,ປົກປັກຮັກສາຄວາມສະຫງົບປອດໄພ,ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ - ảnh 1

(vovworld)- ເນື່ອງ​ໃນ​ໂອ​ກາດ​ສ​ະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຂະ​ແຫນງ​ຕຳ​ຫລວດ​ປະ​ຊາ​ຊົນ(19/8/1945-19/8/2015), ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ: ເພີ່ມ​ທະ​ວີ​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສັງ​ລ​ວມ, ປ​ະ​ຕິ​ບັດ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ຄວາ​ມ​ສະ​ຫງົບ​ປອດ​ໄພ​ແຫ່ງ​ຊາດ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ”. ໃນ​ບົດ​ຂຽນ, ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ວ່າ: ພຶດ​ຕິ​ກຳ​ ໃນ 70 ປີ​ແຫ່ງ​ການ​ກໍ່​ສ້າງ, ຕໍ່​ສູ້ ແລະ ເຕີບ​ໃຫຍ່​ຂອງ​ກຳ​ລັງ​ຕຳ​ຫລວດ​ປະ​ຊາ​ຊົນ ໄດ້​ຢືນ​ຢັນ ມູນ​ເຊື້​ອ​ອັນ​ດີ​ງາມ, ຄຸນ​ນະ​ທາດ​ປະ​ຕິ​ວັດ, ກຳ​ລັງ​ແຮງ​ຕໍ່​ສູ້​ຢ່າງ​ພິ​ລະ​ອາດ​ຫານ​, ຊື່ງ​ແມ່ນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຫລັກ​ແຫລ່ງ, ໄວ້​ເນື້ອ​ເຊື່ອ​ໃຈ​ ແລະ ຫວັງ​ວ່າ ກຳ​ລັງ​ຕຳ​ຫລວດ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຄຸນ​ນະ​ທາດ​ປະ​ຕິ​ວັດ ແລະ ມູນ​ເຊື້ອ​ອັ​ນ​ດີ​ງາມ​ດັ່ງ​ກ່າວ ອອກ​ແຮງ​ສູ້​ຊົນ​ກໍ່​ສ້າງ​ກຳ​ລັງ​ຕຳ​ຫລວດ​ປະ​ຊາ​ຊົນ​ປະ​ຕິ​ວັດ ເປັນ​ກຳ​ລັງ​ຫລວງ ຍອດ​ຢ້ຽມ ທັນ​ສະ​ໄຫມ​ເທື່ອ​ລະ​ກ້າວ.

 

 

 

ຂ່າວ/ບົດ​ອື່ນ