ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງ, ຜູ້ມີຍົດສັກຕຳແໜ່ງທາງສາສະໜາເຂດບັນດາເຜົ່າສ່ວນໜ້ອຍໃນການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ

(VOVWORLD) - ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ເຮັດແຈ້ງຄວາມແຕກໂຕ່ນກັນລະຫວ່າງຍິງ - ຊາຍທີ່ຍັງຄົງຄ້າງຢູ່ເຂດບັນດາເຜົ່າສ່ວນໜ້ອຍ
ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງ, ຜູ້ມີຍົດສັກຕຳແໜ່ງທາງສາສະໜາເຂດບັນດາເຜົ່າສ່ວນໜ້ອຍໃນການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1 (ທີ່ກອງປະຊຸມສຳມະນາ)

        ວັນທີ 30 ກໍລະກົດ, ຢູ່ແຂວງ ຈ່າວິງ, ສະຫະພັນແມ່ຍິງ ຫວຽດນາມ ສົມທົບກັບແຂວງ ຈ່າວິງ ຈັດກອງປະຊຸມສຳມະນາ “ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງ, ຜູ້ມີຍົດສັກຕຳແໜ່ງທາງສາສະໜາ, ສ່ວນບຸກຄົນດີເດັນໃນການໂຄສະນາ, ຂົນຂວາຍການປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍຢູ່ເຂດບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ” ທາງພາກໃຕ້ ຫວຽດນາມ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ເຮັດແຈ້ງຄວາມແຕກໂຕ່ນກັນລະຫວ່າງຍິງ - ຊາຍທີ່ຍັງຄົງຄ້າງຢູ່ເຂດບັນດາເຜົ່າສ່ວນໜ້ອຍ; ບັນດາຈຸດອ່ອນໃນວຽກງານໂຄສະນາ, ຂົນຂວາຍສັງຄົມປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ ແລະ ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ… ທ່ານນາງ ດັ້ງທິຮວາ, ຜູ້ຮັກສາການຫົວໜ້າສະຖາບັນຈິດຕະ, ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ, ເຂດພາກໃຕ້ ຫວຽດນາມ, ສະເໜີວ່າ:

        “ພວກຂ້າພະເຈົ້າຖືວ່າ, ບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາ ແລະ ຜູ້ມີອິດທິພົນຊື່ສຽງຕ້ອງສຸມໃສ່ຫຼາຍກວ່າ ເພື່ອຂົນຂວາຍເດັກນ້ອຍຢູ່ບັນດາຂັ້ນສູງກວ່າ, ພິເສດແມ່ນຮຽນວິຊາຊີບ. ບັນຫາທີ 2, ພວກເຮົາມີບັນດາໂຄງການສອນພາສາຊົນເຜົ່າຢູ່ທ້ອງຖິ່ນ, ແຕ່ການດຶງດູດການສອນພາສາຊົນເຜົ່າສ່ວນຫຼາຍແມ່ນສະຫງວນໃຫ້ແກ່ເພດຊາຍ. ສະນັ້ນ, ບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາ ຕ້ອງສຸມໃສ່ຫຼາຍກວ່າເຖິງເດັກຍິງ, ເພື່ອໃຫ້ເດັກຍິງມີຄວາມໝັ້ນໃຈ, ມີກາລະໂອກາດຕື່ມອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ