ເສີມຂະຫຍາຍປະຊາທິປະໄຕທີ່ກອງປະຊຸມຮັບເອົາຄຳເຫັນຜູ້ມີສິດເລືອກຕັ້ງສຳລັບຜູ້ສະໝັກຮັບເລືອກຕັ້ງ

(VOVWORLD) -ພາຍຫຼັງກອງປະຊຸມເຈລະຈາຄັ້ງທີ 2, ຈຳນວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດແມ່ນ 1.084 ຄົນ
ເສີມຂະຫຍາຍປະຊາທິປະໄຕທີ່ກອງປະຊຸມຮັບເອົາຄຳເຫັນຜູ້ມີສິດເລືອກຕັ້ງສຳລັບຜູ້ສະໝັກຮັບເລືອກຕັ້ງ - ảnh 1ຄາດວ່າ, ວັນທີ 15 ເມສາ 2021, ຄະນະປະມານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈະຈັດກອງປະຊຸມເຈລະຈາຄັ້ງທີ 3
(ພາບ: TTXVN)

ພາຍຫຼັງກອງປະຊຸມເຈລະຈາຄັ້ງທີ 2, ກອງປະຊຸມຮັບເອົາຄຳເຫັນຕີລາຄາ ແລະ ໄວ້ວາງໃຈຂອງຜູ້ມີສິດເລືອກຕັ້ງຢູ່ເຂດທີ່ຢູ່ອາໄສສຳລັບຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງຢູ່ເຂດເຮັດວຽກສຳລັບຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດເອງ ເຊິ່ງຈະໄດ້ຮັບການປະຕິບັດນັບແຕ່ວັນທີ 21 ມີນາ ຫາວັນທີ 13 ເມສາ 2021.

        ຕາມຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລ້ວ, ພາຍຫຼັງກອງປະຊຸມເຈລະຈາຄັ້ງທີ 2, ຈຳນວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດແມ່ນ 1.084 ຄົນ, ໃນນັ້ນມີ 205 ຄົນໂດຍບັນດາອົງການ, ອົງການຈັດຕັ້ງ, ຫົວໜ່ວຍຂັ້ນສູງກາງສະເໜີ, 803 ຄົນໂດຍບັນດາອົງການ, ອົງການຈັດຕັ້ງ, ຫົວໜ່ວຍທ້ອງຖິ່ນສະເໜີ, 76 ຄົນຮັບສະໝັກເລືອກຕັ້ງດ້ວຍຕົນເອງ.

        ຄາດວ່າ, ວັນທີ 15 ເມສາ 2021, ຄະນະປະມານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈະຈັດກອງປະຊຸມເຈລະຈາຄັ້ງທີ 3 ເພື່ອເລືອກເອົາ, ສ້າງບັນຊີລາຍຊື່ບັນດາຜູ້ມີມາດຕະຖານຢ່າງພຽງພໍຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 14.

ຕອບກັບ

ຂ່າວ/ບົດ​ອື່ນ