ເຫດວາງລະເບີດຢູ່ອີຣັກ

ເຫດວາງລະເບີດຢູ່ອີຣັກ - ảnh 1
ລົດໂອໂຕຖືກເປເພຍ້ອນເຫດວາງລະເບີດ
(ພາບ: PressTV)

(vovworld) – ຕຳຫຼວດ ອີຣັກ ​ໃຫ້​ຮູ້​ວ່າ: ຢ່າງ​ໜ້ອຍ​ສຸດ​ມີ 11 ຄົນ​ເສຍ​ຊີວິດ ​ແລະ 22 ຄົນ​ຮັບ​ບາດ​ເຈັບ​ໃນ​ການວາງ​ລະ​ເບີດ​ເມື່ອ​ວັນ​ທີ 15/10 ​ເພື່ອ​ແນ​ໃສ່​ຊາວ​ມຸດ​ສະ​ລິ​ມຢູ່​ນະຄອນ Kirkuk, ທີ່​ຫ່າງ​ຈາກ​ນະຄອນຫຼວງ ​ແບ​ດ​ແດດ ​ໄປ​ທາງ​ທິດ​ເໜືອ 250 ກມ.

    ​ເຫດການ​ເກີດ​ຂຶ້ນ​ຢູ່​​ແຄມ​ທາງ​ໃກ້​ກັບ​ໂບດ​ແຫ່ງ​ໜຶ່ງ​ທີ່​ມີ​ຊາວ​ມຸກ​ສະ​ລິ​ມຫຼາຍ​ຄົນ​ພວມ​ທຳ​ພິທີ Eid al – Adha ລະ​ເບີດ​ຂຶ້ນ. ປະຈຸ​ບັນ, ບໍ່​ທັນ​ມີ​ກຸ່ມ​ໃດ​ຮັບຜິດຊອບ​ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ​ນີ້, ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ພາກສ່ວນ​ກໍ່​ການ​ຮ້າຍ al – Qaeda ​ເຄີ​ຍຢືນຢູ່​ເບື້ອງຫຼັງ​ບັນດາ​​ເຫດບຸກ​ໂຈມ​ຕີ​ແບບ​ນີ້, ​ອັນ​ໄດ້​ກໍ່​ຄວາມ​ວິຕົກ​ກັງວົນ​ຕໍ່ການ​ໃຊ້​ຄວາມ​ຮຸ​ນ​ແຮງ​ຄັ້ງ​ໃໝ່​ທີ່​ດຸ​ເດືອດ​ກ່ວາ​ຢູ່ ອີຣັກ.

    ອີຣັກພວມ​ປະ​ເຊີນ​ໜ້າ​ກັບສະພາບ​ການ​ໃຊ້​ຄວາມ​ຮຸ​ນ​ແຮງ​​ທີ່​ຮ້າຍ​ແຮງ​ກ່ວາ​ໝູ່​ໃນ​ຊຸມ​ປີຜ່ານມາ, ຕາມ​ຕົວ​​ເລກ​ສະຖິຕິຂອງ​ສະຫະ​ປະຊາ​ຊາດ​ແລ້ວ, ​​ໃນ 9 ​ເດືອນ​ຜ່ານ​ມາ​ທົ່ວ​ປະ​ເທດນີ້ມີ​ເກືອບ 6.000 ​ຄົນເສຍ​ຊີວິດ ​ແລະ ກ່ວາ 14.000 ຄົນຮັບ​ບາດ​ເຈັບ.

 

ຂ່າວ/ບົດ​ອື່ນ