ເອກອັກຄະລັດຖະທູດລາວສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ
ທ່ານເອກອັກຄະລັດຖະທູດ ລາວ ສົມພອນ ສີຈະເລີນ
(ພາບ: taichinhdientu.vn)
(vovworld) – ຕອນບ່າຍວັນທີ 17/9, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລາວ ສົມພອນ ສີຈະເລີນ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ທ່ານເອກອັກຄະລັດຖະທູດ ລາວ ສົມພອນ ສີຈະເລີນ ໃນການເພີ່ມທະວີນ້ຳໃຈສາມັກຕີແບບພິເສດ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ສະແດງຄວາມພາກພູມໃຈຕໍ່ສາຍພົວພັນລະຫວ່າງ 2 ພັກ, 2 ລັດໃນໄລຍະຜ່ານມານັບມື້ນັບແໜ້ນແຟ້ນ ແລະ ມີບາດກ້າວພັດທະນາໃໝ່ໃນຫລາຍຂົງເຂດນັບແຕ່ດ້ານການເມືອງ, ເສດຖະກິດການຄ້າ, ການລົງທຶນເຖິງການພົວພັນຕ່າງປະເທດ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ເຊື່ອໝັ້ນວ່າ: ໃນຖານະຕຳແໜ່ງໃໝ່ ທ່ານເອກອັກຄະລັດຖະທູດ ລາວ ສົມພອນ ສີຈະເລີນ ຈະສືບຕໍ່ປະກອບສ່ວນໃຫ້ແກ່ສາຍພົວພັນສາມັກຄີແບບພິເສດລະຫວ່າງ 2 ປະເທດ ຫວຽດນາມ - ລາວ.
ແລະກໍໃນຕອນບ່າຍວັນທີ 17/9, ຢູ່ຮ່າໂນ້ຍ, ທ່ານ ດິງເທ໋ຮວິນ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລາວ ສົມພອນ ສີຈະເລີນ ເຂົ້າຢ້ຽມອຳລາກ່ອນທີ່ສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ. ທ່ານ ດິງເທ໋ຮວິນ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານ ເອກອັກຄະລັດຖະທູດ ສົມພອນ ສີຈະເລີນ ໃນອາຍຸການປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ທ່ານເອກອັກຄະລັດຖະທູດ ສົມພອນ ສີຈະເລີນ ຢືນຢັນວ່າ: ໃນບໍ່ວ່າຖານະຕຳແໜ່ງວຽກງານໃດໆ ທ່ານກໍຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ.