ເອກະສານກອງປະຊຸມໃຫຍ່ຄັ້ງທີ12ເພື່ອກຳນົດທິດຢ່າງຖືກຕ້ອງໃຫ້ການພັດທະນາຂອງປະເທດຊາດໃນໄລຍະໃໝ່

ເອກະສານກອງປະຊຸມໃຫຍ່ຄັ້ງທີ12ເພື່ອກຳນົດທິດຢ່າງຖືກຕ້ອງໃຫ້ການພັດທະນາຂອງປະເທດຊາດໃນໄລຍະໃໝ່ - ảnh 1
ທ່ານ​ເລຂາທິການ​​ໃຫຍ່​ ຫງວຽນ​ຟູ໋ຈ້ອງ​ໄດ້​ເປັນ​ປະທານ​ວາລະ​ປະຊຸມ​ຄົບ​ຄະນະ​ຂອງ​ອະນຸ​ກຳມະການ
(ພາບ: TTXVN)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 19/7, ທີ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ຫົວໜ້າ​ອະນຸ​ກຳມະການ​ເອກະສານ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 12 ຂອງ​ພັກ, ​ໄດ້​ເປັນ​ປະທານ​ວາລະ​ປະຊຸມ​ຄົບ​ຄະນະ​ຂອງ​ອະນຸ​ກຳມະການ.

    ອະ​ນຸກຳມະການ​ເອກະສານ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ວັນ​ທີ 25/10/2013, ຕາມ​ຂໍ້​ຕົກລົງ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາ​ງພັກ​ຊຸດ​ທີ 11, ມີໜ້າ​ທີ່​ກະກຽມ​ຮ່າງ​ບົດ​ລາຍງານ​ການ​ເມືອງ, ຮ່າງ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ​ແລະ ບັນດາ​ເອກະສານ​ອື່ນ​ທີ່​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ.

    ກ່າ​ວຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງ​ວ່າ: ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ​ໄດ້​ຈັດ​ຕັ້ງ​ຂຶ້ນ​ໃນ​ຈຸດ​ເວລາ​ສຳຄັນ​ທີ່​ສຸດ. ​ໃນ​ສະພາບ​ການ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມີ​ການ​ຜັນ​ແປ​ໄວ, ຢ່າງສັບສົນ, ບໍ່​ສາມາດ​ຄາດ​ຄະ​ເນ​​ລ່ວງ​ໜ້າໄດ້, ອັນ​ໄດ້ວາງ​ອອກ​ຫຼາຍບັນຫາ​ໃໝ່, ທັງ​ກາ​ລະ​ໂອກາດ ​ແລະ ການ​ທ້າ​ທາຍ. ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ໃຫຍ່​ແມ່ນ​ແນວ​ຄິດ​ຕົ້ນ​ຕໍ່, ສະ​ແດງ​ຈຸດໝາຍ​ພື້ນຖານ​ທີ່​ສຸດ, ໜ້າ​ທີ່​ຈຸດ​ສຸມ, ​ໃນຕະຫຼອດ​ອາຍຸ​ການ, ກຳນົດ​ທິດ​ໃຫ້​​ແກ່​ການ​ສ້າງ​ບັນດາ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່, ດັ່ງ​ນັ້ນຕ້ອງ​ກະທັດ​ລັດ, ​ຈື່​ງ່າຍ, ​ເຂົ້າ​ໃຈງ່າຍ, ປະຕິບັດງ່າຍ ​ແລະ ກວດກາ​ງ່າຍ.

    ທ່ານ​ເລຂາທິການ​ໃຫຍ່​ສະ​ເໜີ​ວ່າ: ພາຍຫຼັງ​ກ​ອງປະຊຸມ​ຄັ້ງ​ນີ້, ໜ່ວຍຮຽບຮຽງ​ຕ້ອງ​ປະຕິບັດ​ວຽກ​ງານ​ໃນ​ທັນທີ, ຮີບ​ດ່ວນ, ​​ເຂັ້ມ​ງວດ​ກ່ວາ​ອີກ, ຈັດ​ຕັ້ງ​ການ​ພົວພັນ​ແລກປ່ຽນ, ປຶກສາ​ຫາລື​ຢ່າງ​ລະອຽດ, ຮັບ​ເອົາ​ຄຳ​ເຫັນ​ຂອງ​ບັນດາ​ນັກ​ຊ່ຽວຊານ, ນັກວິທະ​ຍາ​ສາດ.​ ອະນຸ​ກຳມະການ​ເອກະສານ​ກໍ່​ຈະ​ເລືອກ​ເຟັ້ນບາງ​ບັນຫາ​ໃໝ່, ຫຍຸ້ງຍາກ, ສັບສົນ, ຍັງ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ.​​..​ ​ເພື່ອ​ປຶກສາ​ຫາລື​ຢ່າງ​ລະອຽດ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ, ຫຼັງ​ຈາກ​ນັ້ນ​ຍື່ນສະ​ເໜີຕໍ່​ກົມ​ການ​ເມືອງ, ສູນ​ກາງ​ພັກ, ກອງ​ປະຊຸມ​ໃຫຍ່​ຂອງ​ພັກທຸກ​ຂັ້ນ​ປຶ​ກສາ​ຫາລື, ບົນ​ພື້ນຖານ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ບັນດາ​ອົງການ​ຄະນະ, ຂະ​ແໜງ, ທ້ອງ​ຖີ່​ນ.

 



ຂ່າວ/ບົດ​ອື່ນ