ເອ​ຢິບ ແລະ ຫວຽດ​ນາມ ຕັ້ງ​ໜ້າ​ຮັກ​ສາ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື

(VOVWORLD) -ວັນທີ 31 ມີນາ, ຢູ່ທຳນຽບປະທານາທິບໍດີ Al Itihadiyah ຢູ່ນະຄອນຫຼວງ ກາຍໂຣ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເອຢິບ ຫງວຽນຮຸຍຢຸງ ໄດ້ຍື່ນສານຕາຕັ້ງ ຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕໍ່ທ່ານປະທານາທາທິບໍດີ ເອຢິບ Abdel Fattah El-Sisi.
ເອ​ຢິບ ແລະ ຫວຽດ​ນາມ ຕັ້ງ​ໜ້າ​ຮັກ​ສາ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື - ảnh 1 ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເອຢິບ ຫງວຽນຮຸຍຢຸງຍື່ນສານຕາຕັ້ງ ຕໍ່ທ່ານປະທານາທາທິບໍດີ ເອຢິບ Abdel Fattah El-Sisi (ພາບ: Akhbarelyom)

ທີ່ພິທີຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຢູງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ການພົວພັນທີ່ເປັນມູນເຊື້ອກັບ ເອຢິບ ເປັນສຳຄັນ ແລະ ຖື ເອຢິບ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ໃນພາກພື້ນ, ທ່ານກໍ່ສະແດງຄວາມປາດຖະໜາຢາກປະກອບສ່ວນພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດ ໃນບັນດາຂົງເຂດເປັນຕົ້ນແມ່ນ ເສດຖະກິດ, ການຄ້າ, ວັດທະນະທຳ ແລະ ການພົວພັນແລກປ່ຽນປະຊາຊົນ ກ່ວາອີກ.

ສ່ວນທ່ານປະທານາທິບໍດີ Abdel Fattah El-Sisi ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະໜູນຊ່ວຍອົງການຕາງໜ້າ ຫວຽດນາມ ປະຈຳ ເອຢິບ ປະຕິບັດໜ້າທີ່ຂອງຕົນໃຫ້ເປັນຢ່າງດີ. ທ່ານປະທານາທິບໍດີ Abdel Fattah El-Sisi ກໍ່ອວຍພອນທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຢຸງວ່າ ໃນອາຍຸການປະຕິບັດໜ້າທີ່ທາງການທູດຂອງຕົນ ຈະມີການປະກອບສ່ວນທີ່ມີຄວາມໝາຍຫຼາຍຢ່າງເຂົ້າໃນການຮັກສາ ແລະ ເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ເອຢິບ ເລິກເຊິ່ງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ