ເອີ​ຣົບ ຍິງ​​ລູກ​ສອນ​ໄຟ Ariane 6 ສຳ​ເລັດ​ຜົນ​ເປັນ​ຄັ້ງ​ທຳ​ອິດ

(VOVWORLD) - ເຫດຍິງລູກສອນໄຟແຮງທີ່ສຸດຂອງ ESA ໄດ້ດຳເນີນໄປດ້ວຍດີໃນເງື່ອນໄຂອາກາດອຳນວຍຄວາມສະດວກ ຈາກສະໜາມບິນຈັກກະວານຂອງເອີຣົບ ຢູ່ Kourou, ເຂດດິນແດນ Guyane ຂຶ້ນກັບ ຝລັ່ງ.
ເອີ​ຣົບ ຍິງ​​ລູກ​ສອນ​ໄຟ Ariane 6 ສຳ​ເລັດ​ຜົນ​ເປັນ​ຄັ້ງ​ທຳ​ອິດ - ảnh 1(ພາບ: AFP/TTXVN)

ຕອນເຊົ້າວັນທີ 10 ກໍລະກົດ, ອົງການຈັກກະວານເອີຣົບ (ESA)  ເປັນຄັ້ງທຳອິດ 2 ໄດ້ຍິງລູກສອນໄຟ Ariane 6 ສຳເລັດຜົນ, ເຊິ່ງເປັນຄວາມຫວັງຂອງທະວີບນີ້ກ່ຽວກັບການຍາດເອົາສິດສຳຜັດກັບອາວະກາດຢ່າງເປັນເອກະລາດຄືນໃໝ່.

        ເຫດຍິງລູກສອນໄຟແຮງທີ່ສຸດຂອງ ESA ໄດ້ດຳເນີນໄປດ້ວຍດີໃນເງື່ອນໄຂອາກາດອຳນວຍຄວາມສະດວກ ຈາກສະໜາມບິນຈັກກະວານຂອງເອີຣົບ ຢູ່ Kourou, ເຂດດິນແດນ Guyane ຂຶ້ນກັບ ຝລັ່ງ. ລູກສອນໄຟໄດ້ນໍາໃຊ້ເພື່ອນຳດາວທຽມຂຶ້ນວົງໂຄຈອນນີ້ ໄດ້ຂຶ້ນແຜນຍິງເມື່ອປີ 2020, ແຕ່ບັນຫາໂລກລະບາດໂຄວິດ - 19 ແລະ ການປະສົບກັບຫຼາຍບັນຫາເຕັກນິກ  ເຮັດໃຫ້ແຜນການບໍ່ໄດ້ຜັນຂະຫຍາຍ. ໃນຂະນະນັ້ນ, ລູກສອນໄຟລຸ້ນກ່ອນແມ່ນ Ariane 5 “ໄດ້ຢຸດການໃຊ້ງານ”, ເຮັດໃຫ້ສະຫະພາບເອີຣົບ (EU) ບໍ່ມີພາຫະນະເອກະລາດເພື່ອນຳສົ່ງດາວທຽມເຂົ້າຂຶ້ນສູ່ຮ່ວງອາວະກາດ  


ຕອບກັບ

ຂ່າວ/ບົດ​ອື່ນ