ເອີລົບ ໃຫ້ຄຳໝັ້ນສັນຍາ ແມ່ນຄູ່ຮ່ວມມືຍາວນານຂອງ ມຽນມາ

ເອີລົບ ໃຫ້ຄຳໝັ້ນສັນຍາ ແມ່ນຄູ່ຮ່ວມມືຍາວນານຂອງ ມຽນມາ - ảnh 1
ປະທານາທິບໍດີ ມຽນມາ Thein Sein
ພາບ:internet

(vovworld) -  ວັນ​ທີ 5/3, ຢູ່ ນະຄອນຫລວງ ບຣຸກ​ແຊນ ປະ​ເທດ ​ແບນ​ຊິກ, ປະທານາທິບໍດີ ມຽນມາ Thein Sein ​ໄດ້​ຮັບບັນດາ​ຄຳ​ໝັ້ນ​ສັນຍາ​ຫນູນ​ຊ່ວຍ​ດ້ານ​ການ​ເງິນ ຈາກ​ບັນດາ​ການ​ນຳ​ສະຫະ​ພາບ ​ເອີ​ລົບ (ອີ​ຢູ) ພ້ອມ​ກັບ​ຄຳ​ຮຽກຮ້ອງ​ອຳນາດ​ການ​ປົກຄອງ​ປະ​ເທດ​ນີ້ ຈົ່ງ​ມານະ​ພະຍາຍາມ​ກວ່າ​ອີກ​ເພື່ອ​ປົກ​ປ້ອງ​ບັນດາ​ວົງ​ຄະນາ​ຍາດ​ສ່ວນ​ຫນ້ອຍ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ເຖິງ ​ເອີ​ລົບ​ໃນ​ເວລາ 10 ວັນ​ຈະມ​າ​ເຖິງ, ການ​ພົບ​ປະລະຫວ່າງ​ທ່ານ ປະທານາທິບໍດີ Thein Sein ​ກັບ​ປະທານ​ຄະນະ​ກຳມະການ​ເອີ​ລົບ (EC) Jose Manuel Barroso, ປະທານ ອີ​ຢູ Herman Van Rompuy ​ແລະ ທ່ານ​ນາງ Catherine Ashton ​ຜູ້​ຮັບຜິດຊອບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ອີ​ຢູ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ​ແມ່ນປະສົບ​ຜົນສຳ​ເລັດ. ກ່າວ​ຄຳ​ເຫັນ​ທ່ີ​ການ​ພົບ​ປະ, ທ່ານ​ປະທານ Herman Van Rompuy ຢືນຢັນ​ວ່າ: ອີ​ຢູ ໝັ້ນ​ໝາຍ​ແມ່ນ​ຄູ່​ຮ່ວມ​ມື​ຍາວ​ນານ​ຂອງ​ບັນດາ​ປະ​ເທດ​ອາຊີ ຕາ​ເວັນ​ອອກສຽງ​ໃຕ້. ​ໃນ​ຂະນະ​ນັ້ນ ປະ​ທານ EC ທ່ານ Jose Manuel Barroso ຖື​ວ່າ: ການ​ພົວພັນ​ລະຫວ່າງ ອີ​ຢູ ​ແລະ ມຽນມາ ພວມ​ກ້າວ​ເຂົ້າ​ສູ່​ຫນ້າ​ປະຫວັດສາດ​ໃຫມ່​ດ້ວຍ​ການ​ພົບ​ປະ​ສົນທະນາ​ຫລາຍ​ກວ່າ, ມີ​ການ​ລົງທຶນ ​ແລະ ຊ່ວຍ​ເຫລືອ​ຫລາຍ​ກວ່າ.

 

 

ຂ່າວ/ບົດ​ອື່ນ