ເອົາ​ໃຈ​ໃສ່​ເຖິງຖັນ​ແຖວພະ​ນັກ​ງານ​ການ​ແພ​ດກວ່າ​ອີກ

(VOVWORLD) -ຕອນເຊົ້າວັນທີ 21 ກຸມພາ, ປະຕູຖານຂໍ້ມູນເອເລັກໂຕນິກລັດຖະບານ ຫວຽດນາມ ໄດ້ຈັດການໂອ້ລົມສົນທະນາ “ໂລກລະບາດໂຄວິດ - 19 ແລະ ນະໂຍບາຍສຳລັບພະນັກງານການແພດ”.

ເອົາ​ໃຈ​ໃສ່​ເຖິງຖັນ​ແຖວພະ​ນັກ​ງານ​ການ​ແພ​ດກວ່າ​ອີກ - ảnh 1ການໂອ້ລົມສົນທະນາ “ໂລກລະບາດໂຄວິດ - 19 ແລະ ນະໂຍບາຍສຳລັບພະນັກງານການແພດ”
(ພາບ: VGP)

ໃນໄລຍະທີ່ຜ່ານມາ, ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ວາງອອກບັນດານະໂຍບາຍໜູນຊ່ວຍ, ລະດົມກຳລັງໃຈທັງດ້ານວັດຖຸ ແລະ ຈິດໃຈເຖິງກຳລັງຢູ່ແນວໜ້າ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ພິເສດແມ່ນຖັນແຖວພະນັກງານການແພດ. ໃນໄລຍະຈະມາເຖິງ, ຄວາມເອົາໃຈໃສ່ນີ້ຈະໄດ້ສືບຕໍ່ໄດ້ຮັກສາ ແລະ ເສີມຂະຫຍາຍ. ທ່ານຮອງນາຍົກລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໂດຊວັນຕວຽນຢັ້ງຢືນວ່າ:

ກະຊວງສືບຕໍ່ເປັນເສນາທິການໃຫ້ລັດຖະບານເພື່ອປະກາດໃຊ້ມະຕິເລກທີ 58, ໃນນັ້ນໄດ້ກຳນົດການສັກວັດຊິນໂຄວິດ - 19 ແລະ ນະໂຍບາຍໃຫ້ແກ່ ຊາວໜຸ່ມອາສາສະໝັກ ເປັນນັກຮຽນ, ນັກສຶກສາມະຫາວິທະຍາໄລ, ວິທະຍາໄລ, ຜູ້ມີວິຊາສະເພາະທີ່ບໍໄດ້ໄດ້ເງິນເດືອນຈາກງົບປະມານລັດ ໄດ້ຮັບເງິນອຸດໜູນຕ້ານໂລກລະບາດ ຄືພະນັກງານການແພດເຂົ້າຮ່ວມຕ້ານໂລກລະບາດຕາມ 3 ລະດັບ.

ຕອບກັບ

ຂ່າວ/ບົດ​ອື່ນ