ເອົາໃຈໃສ່ເຖິງບັນດາການເຄື່ອນໄຫວໜູນຊ່ວຍນັກສຶກສານະຄອນຫລວງເລີ່ມດຳເນີນທຸລະກິດ start up

(VOVWORLD) -  ເອົາໃຈໃສ່ເຖິງບັນດາການເຄື່ອນໄຫວໜູນຊ່ວຍນັກສຶກສາເລີ່ມດຳເນີນທຸລະກິດ start up ແມ່ນເນື້ອໃນຈຸດສູມທີ່ໄດ້ຮັບການໄຈ້ແຍກ, ຕີລາຄາຢູ່ກອງປະຊຸມສະຫລຸບວຽກງານຄະນະຊາວໜຸ່ມ - ສະຫະພັນ ແລະ ຂະບວນການຊາວໜຸ່ມ, ນັກສຶກສາກຸ່ມໂຮງຮຽນນະຄອນຫລວງສົກຮຽນ 2017 – 2018 ໂດຍຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ຈັດຕັ້ງໃນຕອນບ່າຍວັນທີ 28 ກັນຍາ.
ເອົາໃຈໃສ່ເຖິງບັນດາການເຄື່ອນໄຫວໜູນຊ່ວຍນັກສຶກສານະຄອນຫລວງເລີ່ມດຳເນີນທຸລະກິດ start up - ảnh 1 ພາບປະກອບອິນເຕີເນັດ

ບັນດາການເຄື່ອນໄຫວໜູນຊ່ວຍເລີ່ມດຳເນີນທຸລະກິດ start up ນີ້ ເຊິ່ງຄະນະຊາວໜຸ່ມ, ສະມາຄົມນັກສຶກສານະຄອນທຸກຂັ້ນ ຜັນຂະຫຍາຍຜ່ານຫລາຍຮູບການ ທີ່ເໝາະສົມດ້ວຍເງື່ອນໄຂພິເສດສະເພາະຂອງແຕ່ລະໂຮງຮຽນ. ໃນນັ້ນ, ຄະນະຊາວໜຸ່ມ, ສະມາຄົມນັກສຶກສາທຸກຂັ້ນ ໄດ້ສຸມໃສ່ຍູ້ແຮງວຽກງານໂຄສະນາ, ໜູນຊ່ວຍນັກສຶກສາເລີ່ມທຸລະກິດ, ດຳເນີນທຸລະກິດຢ່າງມີຫົວຄິດປະດິດສ້າງໂດຍຜ່ານບັນດາການເຄື່ອນໄຫວ, ການເຄື່ອນໄຫວໃນເຫດການ. ໄປຄຽງຄູ່ກັນນັ້ນ, ສະມາຄົມນັກສຶກສານະຄອນ ໄດ້ສົບທົບກັບບັນດາວິສາຫະກິດເລີ່ມທຸລະກິດ start up  ທີ່ປະສົບຜົນສຳເລັດຈັດຕັ້ງການເສັງທົດສອບເລີ່ມດຳເນີນທຸລະກິດ start up ຂອງ ຫວຽດນາມ ໃນ ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ