ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດແລະພັດທະນາການພົວພັນຮ່ວມມືຮອບດ້ານຫວຽດນາມ-ອິນເດຍໃຫ້ເລິກເຊິ່ງກວ່າ

ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດແລະພັດທະນາການພົວພັນຮ່ວມມືຮອບດ້ານຫວຽດນາມ-ອິນເດຍໃຫ້ເລິກເຊິ່ງກວ່າ - ảnh 1
 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງ ແລະ ທ່ານ
​ນາ​ຍົກລັດ​ຖະ​ມົນ​ຕີ ອິ​ນ​ເດຍNarendra Modi
ພາບ:vov

(vovworld)-​ ​ວັນ​ທີ 29/10, ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ເນື່ອງ​ໃນ​ເຫດ​ການ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ອິນ​ເດຍ, ທ່ານ ຟ້າມກວາງວີງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປ​ະ​ເທດ ຫວຽດ​ນາມ ໃຫ້​ຮູ້​ວ່າ: ການ​ຢ້ຽມ​ຢາມ ອິນ​ເດຍ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ. ຫວຽດ​ນາມ ແລະ ອິນ​ເດຍ ຢືນ​ຢັນ: ຖື​ການ​ພົວ​ພັນ​ເປັນ​ສຳ​ຄັນ ແລະ ເປັນ​ເອ​ກະ​ພາບ​ສູງ ຕໍ່​ເລື່ອງ​ສືບ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ໃຫ​້​ເລິກ​ເຊິ່ງກວ່າ.ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ທຸກ​ຂັ້ນ. ສອງ​ຝ່າຍ​ເຫັນ​ດີ ຖື​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ ແມ່ນ​ຈຸດ​ໝາຍ​ຍຸດ​ທະ​ສາດ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ, ສູ້​ຊົນ​ບັນ​ລຸ​ວົງ​ເງິນ​ການ​ຄ້າ 15 ຕື້ USD ໃນ​ປີ 2020. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Modi ຖະ​ແຫລງວ່າ: ອິນ​ເດຍ ພ້ອມ​ແລ້ວ ​ທີ່​ຈະໃຫ້​ຫວຽດ​ນາມ ກູ້​ຢືມ​ບ້ວງ​ສິນ​ເຊື່ອ 300 ລ້ານ USD ເພື່ອ​ນຳ​ເຂົ້າ​ວັດ​ຖຸ​ດິບ​ໃຫ້​ແກ່​ຂະ​ແຫນງ​ເສດ​ຖະ​ກິດ​ຈຳ​ນວນ​ຫນຶ່ງ. ກ່ຽວ​ກັບ​ດ້ານ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ: ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ ບົນ​ພື້ນ​ຖານ​ບັນ​ດາ​ກົນ​ໄກ ແລະ​ຂໍ້​ຕົກ​ລົງ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ; ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜ​ູ້​ແທນ, ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ.

        ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ສອງ​ຝ່າຍ​ເຫັນ​ດີ​ເນັ້ນ​ຫນັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ ແລະ ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ແລະ ການ​ບິນ ຢູ່​ທະ​ເລ​ຕາ​ເວັນ​ອອກ, ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ.

 

 

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ