ເຮືອບິນB52ອາເມລິກາບິນເຂົ້າໃກ້ເກາະທຽມທີ່ຈີນກໍ່ສ້າງຢ່າງຜິດກົດໝາຍຢູ່ທະເລຕາວັນອອກ

ເຮືອບິນB52ອາເມລິກາບິນເຂົ້າໃກ້ເກາະທຽມທີ່ຈີນກໍ່ສ້າງຢ່າງຜິດກົດໝາຍຢູ່ທະເລຕາວັນອອກ - ảnh 1
​ເຮືອບິນ B52 ຂອງ ອາ​ເມ​ລິ​ກາ (ພາບ: USAirforce)

(vovworld) – ວັນ​ທີ 18/12 ໜັງສືພິມ ອວນ​ຈິດ ລາຍ​ວັນ ​ໄດ້​ຄັດ​ແຫຼ່ງຂ່າວ​ຈາກທຳນຽບ 5 ​ແຈ ​ໃຫ້​ຮູ້​ວ່າ: ​ເຮືອບິນ B52 ລຳ​ໜຶ່ງຂອງ ອາ​ເມ​ລິ​ກາ ​ໄດ້ບິນ​ເຂົ້າ​ບໍລິ​ເວັນ 12 ​ໄມ​ທະ​ເລ​ອ້ອມ​ເກາະ​ໜຶ່ງ ​ໂດຍ ຈີນ ​ໄດ້​ໃຫ້ຖົມ​ດິນກໍ່ສ້າງ​ຢ່າງ​ຜິດ​ກົດໝາຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ແຕ່​ວ່າ, ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ການ​ກະທຳ “ບໍ່​ມີ​ຄວາມ​ຕັ້ງ​ໃຈ” ​ແລະ ພວມດຳ​ເນີນ​ການ​ພິຈາລະນາ. ອາທິດ​​ແລ້ວ​ນີ້ ​ເຮືອບິນ B52 ຂອງ ອາ​ເມ​ລິ​ກາ ​ໄດ້ບິນ​ເຂົ້າ​ບໍລິ​ເວັນຫ່າງ​ໄກ 2 ​ໄມ​ທະ​ເລ​ອ້ອມ​ເກາະ ຊຶ່ງ ຈີນ ​ໄດ້​ໃຫ້ກໍ່ສ້າງ​ຢ່າງຜິດ​ກົດໝາຍ​ຢູ່ຫາດ​ດອນ​ຫີນ ​ເຈົາວຽນ ຂຶ້ນ​ກັບ​ໝູ່​ເກາະ ​ເຈື່ອງ​ຊາຂອງ ຫວຽດນາມ.

ຂ່າວ/ບົດ​ອື່ນ