ເຮືອບິນການທະຫານ ອາເມລິກາ ໄປຮອດ ແຟງລັງ ເພື່ອກະກຽມໃຫ້ການພົບປະສຸດຍອດ ອາເມລິກາ - ລັດເຊຍ

(VOVWORLD) - ສື່ມວນຊົນ ແຟງລັງ ໄດ້ໃຫ້ຂ່າວວ່າ ຕອນເຊົ້າວັນທີ 05 ກໍລະກົດ, ເຮືອບິນຂົນສົ່ງສິນຄ້າການທະຫານບໍ່ມີໝາຍເລກໄດ້ລົງຈອດຢູ່ສະໜາມບິນ Helsinki 
ກ່ອນທີ່ດຳເນີນການພົບປະສຸດຍອດໃກ້ຈະມາເຖິງ ລະຫວ່າງທ່ານປະທານານທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາເມລິກາ Donald Trump.

             ຕາມໜັງສືພິມ Ilta-lehti ແລ້ວ, ເຮືອບິນການທະຫານດັ່ງກ່າວສັງກັດກອງບັນຊາການຂົນສົ່ງທາງອາກາດ, ແມ່ນກົມກອງຂອງກອງທັບອາກາດ ອາເມລິກາ ຮັບຜິດຊອບການຂົນສົ່ງທາງອາກາດ.

        Finavia - ແມ່ນອົງການບໍລິຫານສະໜາມບິນ ແຟງລັງ ປະຈຸບັນຍັງບໍ່ທັນມີຄຳຄິດຄຳເຫັນຫຍັງ ກ່ຽວກັບເລື່ອງເຮືອບິນການທະຫານຂອງ ອາເມລິກາ ມາຮອດ ແຟງລັງ ກ່ອນທີ່ດຳເນີນການພົບປະ. ກະຊວງການຕ່າງປະເທດ ແຟງລັງ ກໍ່ປະຕິເສດການແຈ້ງລະອຽດກ່ຽວກັບສິນຄ້າໃນເຮືອບິນ. ຄາດວ່າການພົບປະສຸດຍອດ ລັດເຊຍ - ອາເມລິກາ ຈະດຳເນີນໃນວັນທີ 16 ກໍລະກົດ. ປັດຈຸບັນສະຖານທີ່ຈັດຕັ້ງການພົບປະຢູ່   Helsinki ຍັງພວມປຶກສາຫາລືຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ