ເຮືອບິນເອລີກອບແຕການທະຫານຂອງລັດເຊຍຖືກຕົກ,ນັກບິນຄົນໜຶ່ງເສຍຊີວິດ

ເຮືອບິນເອລີກອບແຕການທະຫານຂອງລັດເຊຍຖືກຕົກ,ນັກບິນຄົນໜຶ່ງເສຍຊີວິດ - ảnh 1
ເຮືອບິນ​ຕີເອລີກອບ​ແຕ Mi 28N ຖືກຕົກ
(ພາບ: RIA Novosti)


​​(vovworld) - ວັນທີ 02/08, ເຮືອບິນເອລີກອບ​ແຕຂອງກອງທັບອາກາດລັດເຊຍ ຖືກຕົກໃນການບິນສະແດງ ຕໍ່ໜ້າຜູ້ຊົມນັບໝ່ືນຄົນ. ນີ້ແມ່ນກໍລະນີ້ໃໝ່ສຸດໃນບັນດາເຫດ ​ເຮືອບິນຕົກ​ຂອງ​ທະຫານ​ລັດ​ເຊ​ຍ. ສື່​ມວນ​ຊົນ​ລັດ​ເຊ​ຍ ​ໃຫ້​ຂ່າວ​ວ່າ, ເຮືອບິນ​ຕີເອລີກອບ​ແຕ Mi 28N ພວມ​ເຂົ້າ​ຮ່ວມ​ການສະ​ແດງ​ໃນ​ການ​ເສັງ ​ໂດຍ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈັດ​ຕັ້ງ​ຢູ່​​ເຂດ Ryazan ຫ່າງ​ຈາກ​ນະຄອນຫຼວງ​ມົດ​ສະ​ກູ, ​ໄປ​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້ 200 ກມ. ຕາມ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ​ ​ແລ້ວ, ມີນັກບິນຄົນໜຶ່ງເສຍຊີວິດ​.

ຂ່າວ/ບົດ​ອື່ນ