ແກ້ໄຂຄວາມຫຍຸ້ງຍາກ,ສ້າງກຳລັງໜູນໃຫ້ການທ່ອງທ່ຽວພັດທະນາຢ່າງແທດຈິງ

ແກ້ໄຂຄວາມຫຍຸ້ງຍາກ,ສ້າງກຳລັງໜູນໃຫ້ການທ່ອງທ່ຽວພັດທະນາຢ່າງແທດຈິງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດືກດາມ​ (ພາບ: AVG)


(vovworld) - ພິທີ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງທ່ອງທ່ຽວ (9/7/1960 – 9/7/2015) ​ແລະ ມອບ​ລາງວັນ​ທ່ອງທ່ຽວ ຫວຽດນາມ ປີ 2014 ​ເຊິ່ງ​ໄດ້​ດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ທີ 8/7 ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດືກດາມ​ ອວຍພອນ​ຂະ​ແໜງ​ທ່ອງທ່ຽວ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ,​ ບັນລຸ​ໄດ້​​ຜົນງານຫຼາຍ​ຢ່າງທີ່ໜ້າ​ເອກອ້າງ​ທະ​ນົງ​ໃຈ ​ແລະ ສະ​ເໜີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ ພ້ອມກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​​ທີ່ກ່ຽວຂ້ອງຕ້ອ​ງສຸມ​ໃສ່​ແກ້​ໄຂ​ບັນດາ​ຂໍ້ຕິດ​ຂັດ, ຄວາມຫຍຸ້ງຍາກກ່ຽວ​ກັບ​ກົນ​ໄກ​ນະ​ໂຍບາຍຢ່າງ​ລະອຽດ ​​ເພື່ອ​ແນ​ໃສ່​ສ້າງ​ສະພາບ​ແວດ​ລ້ອມ​ສະດວກ​ເພື່ອໃຫ້​​ການ​ທ່ອງ​ທ່ຽວ​ພັດທະນາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດືກດາມ ປາດ​ຖະໜາ​ວ່າ: ​ບັນດາ​ວິ​ສາ​ຫະກິດ​ທ່ອງທ່ຽວ​ຕ້ອງ​ມີ​ທັດສະນະ, ການ​ກະທຳ, ມາດ​ຕະການ​ລວມ ​ເພື່ອ​ໃຫ້ບັນດາ​ຂໍ້​ລິ​ເລິ່ມ, ວິທີ​ເຮັດທີ່​ດີໄດ້​ຮັບ​ການປຸກລະດົມ, ​ເສີມ​ຂະຫຍາຍ, ບັນດາ​ຮູບ​ແບບ​ພັດທະນາ​​ແບບ​ຍືນ​ຍົງ ​ເພື່ອ​ຜົນ​ປະ​ໂຫຍ​ດປະຊາ​ຄົມ​ ຄວນ​ໄດ້​ຮັບ​ການແຜ່​ຂະຫຍາຍ​ຢ່າງ​ກ້ວາງ​ຂວາງ, ​ເພື່ອ​ການ​ພັດ​ທະນາ​ຂອງ​ຂະ​ແໜງ​ທ່ອງທ່ຽວ ​ແລະ ​ພາບພົດ​ປະ​ເທດ​ຊາດ, ຊາວ​ ຫວຽດນາມ .

ຂ່າວ/ບົດ​ອື່ນ