ແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດຫລັງສົງຄາມແບບຍືນຍົງ

ແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດຫລັງສົງຄາມແບບຍືນຍົງ - ảnh 1
ພາບປະກອບ:internet


(vovworld)- ວັນ​ທີ 4/12, ຢູ່ ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ​ຫວຽດນາມ ​ໄດ້​ສົມທົບ​ກັບ​ກອງ​ທຶນ​ທະຫາ​ນຜ່ານ​ເສີກ ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ, ອົງການ​ຫນູນ​ຊ່ວຍ​ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ໜູນຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ. ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ຮັບ​ຟັງບັນດາ​ບົດ​ລາຍ​ງານ​ໂດຍ​ສັງ​ເຂ​ບ ​ແລະ ກຳນົດ​ທິດ​ຊ່ວຍ​ເຫລືອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ຂອງ​ຄະນະ​ຊີ້​ນຳ​ໂຄງການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ລູກ​ລະ​ເບີດ​ຫລັງ​ສົງຄາມ ​ໄລຍະ 2010-2025, ​ແຜນການ​ປະຕິບັດ​ໂຄງການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ລູກ​ລະ​ເບີດ​ຫລັງ​ສົງຄາມ​ຮອດ​ປີ 2015. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ອງການ, ຫົວຫນ່ວຍ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ ​ໄດ້​ປຶກສາ​ຫາລື, ​ແບ່ງປັນ​ບົດຮຽນ​ໃນ​ການ​ຫນູນ​ຊ່ວຍ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ລູກ​ລະ​ເບີດ ​ແລະ ຊ່ວຍ​ເຫລືອ​ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ຢູ່ຫວຽດນາມ. ບັນດາ​ຜູ້​ແທນ​ຖື​ວ່າ: ​ເພື່ອ​ຍູ້​ໄວ​ລະດັບ​ຄວາມ​ໄວ​ການ​ແກ​້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ລູກ​ລະ​ເບີດ ຕ້ອງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ, ນັບ​ທັງ​ວົງ​ຄະນາ​ຍາດ​ສັງຄົມ ກໍ​ຄື​ການ​ຊ່ວຍ​ເຫລືອ, ອຸປະຖຳ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ.

ຂ່າວ/ບົດ​ອື່ນ