ແກ້ໄຂສະພາບສິນຄ້າຄ້າງສາງຂອງວິສາຫະກິດ

 ແກ້ໄຂສະພາບສິນຄ້າຄ້າງສາງຂອງວິສາຫະກິດ - ảnh 1
ພາບປະກອບ: internet


(vovworld) -  ຕາມ​ການ​ສະຖິຕິ​ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ​ແລ້ວ,​ໄລ່​ມາ​ຮອດ​ເດືອນ 7/2012, ດັດຊະນີ​ສິນຄ້າ​ຄ້າງ​ສາງ​ຂອງ​ບັນດາ​ຂະ​ແຫນງ​ຜະລິດ, ອຸດສາຫະກຳ​ເພີ່ມ​ຂຶ້ນ 6% ຊຶ່ງ​ແມ່ນ​ລະດັບ​​ສູງ​ພໍ​ສົມຄວນ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ. ​ໃນ​ຂະນະ​ນັ້ນ ລາຄາ​ວັດຖຸ​ດິບ​ສົ້ນ​ເຂົ້າ​ເພີ່ມ​ຂຶ້ນ​ຢ່າງ​ລ່ຽນ​ຕິດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ ຍິ່ງ​ເຮັດ​ໃຫ້​ການ​ຜະລິດ​ຂອງວິ​ສາ​ຫະກິດ​ຍາກ​ທີ່​ເຕີບ​ໂຕ​ໄດ້ ​ແລະ ການ​ຈຳຫນ່າຍ​ຜະລິດ​ຕະພັນ​ກໍ​ຊັກ​ຊ້າ. ສະ​ນັ້ນ ​ໃນ​ອາທິດ​ນີ້ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ວາງ​​ແຜນ​ຮ່າງ​ແກ້​ໄຂ​ສະພາບ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ​ໃນ​ນັ້ນ​ມີ​ຫລາຍ​ມາດ​ຕະການ​ຍູ້​ແຮງ​ການ​ຈຳຫນ່າຍສິນຄ້າ, ​ແກ້​ໄຂ​ສະພາບ​ສິນຄ້າ​ຄ້າງ​ສາງ, ຊ່ວຍ​ວິ​ສາ​ຫະກິດ​ພັດທະນາ​ການ​ຜະລິດ. ຕາມ​ທ່ານ Vu Huy Hoang ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​​ແລ້ວ, ​ແຜນ​ຮ່າງ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດຊຶ່ງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ກະກຽມ​ປະກາດ​​ໃຊ້​ຈະ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ຢ່າງ​ຕັ້ງຫນ້າ​ໃນ​ສະພາບ​ປະຈຸ​ບັນ, ທ່ານ Vu Huy Hoang ໃຫ້​ຮູ້​ວ່າ:

        “ທີ​ຫນຶ່ງ​ແມ່ນ​ຫລຸດຜ່ອນ​ສິນຄ້າ​ຄ້າງ​ສາງ​ຂອງ​ວິ​ສາ​ຫະກິດ, ຍູ້​ແຮງ​ການ​           ອຸ​ປະ​ໂພ​ກ ​ແລະ ປະກອບສ່ວນ​ຍູ້​ແຮງ​ການ​ຜະລິດ; ທີ​ສອງ​ແມ່ນ​ສຸມ​ໃສ່​​ແກ້​ໄຂຄວາມ​ຫຍຸ້ງຍາກໃຫ້​ແກ່​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ, ​ເປົ້າ​ໝາຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ໝວດ​ມາດ​ຕະການ​ຈຳຫນ່າຍສິນຄ້າ​ພາຍ​ໃນ​ປະ​ເທດ​ຈະ​ສຸມ​ໃສ່​ພັດທະນາ​      ຕະຫລາ​ດພາຍ​ໃນ, ພັດທະນາ​ໂຄງການ​ຂົນຂວາຍ​ຊາວ​ຫວຽດນາມ ນຳ​ໃຊ້​ສິນຄ້າ​ຂອງ​ຫວຽດນາມ, ​ເພີ່ມ​ທະວີ​ການ​ນຳ​ໃຊ້ສິນ​ຄ້າ​ຊຶ່ງ​ຫວຽດນາມ​ຜະລິດ ​ເພື່ອ​ແທນ​ທີ່​ນຳ​ໃຊ້​ສິນຄ້າ​ນຳ​ເຂົ້າ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ວິ​ສາ​ຫະກິດ​ບືນ​ຕົວ​ຂຶ້ນ ​ແລະ ພັດທະນາ​ຢູ່​ຕະຫລາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ.”

 

ຂ່າວ/ບົດ​ອື່ນ