ແຂກ​ທ່ອງ​ທ່ຽວກ່ວາ 35.000 ​ເທື່ອ​ຄົນ ໄດ້ເຂົ້າຮ່ວມ​ງານ​ບຸນ Festival Hue 2012

ແຂກ​ທ່ອງ​ທ່ຽວກ່ວາ 35.000 ​ເທື່ອ​ຄົນ ໄດ້ເຂົ້າຮ່ວມ​ງານ​ບຸນ Festival Hue 2012 - ảnh 1

ພິທີ​ໄຂ​ງານ​ບຸນ Festival Hue 2012

(ພາບ:tapchisonghuong.com.vn)

( vovworld ) – ຕອນ​ເຊົ້າວັນ​ທີ 10/4, ຄະນະ​ຈັດຕັ້ງງານ​ບຸນ Festival Hue 2012 ໄດ້ຈັດການ​ປະຊຸມ​ຂ່າວ​ຕີ​ລາຄາ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ພາຍຫຼັງ​ເວລາ 3 ວັນ​ຈັດ​ງານ​ບຸນ. Festival Hue 2012  ດ້ວຍ​ຫົວ​ຂໍ້​ທີ່​ວ່າ: “ມໍລະດົກ​ວັດທະນະທຳ​ກັບ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ-​ຈຸດ​ນັດ​ພົບ​ຂອງ​ບັນດາ​ນະຄອນ​ແຫ່ງ​ປະຫວັດສາດ“ ຊື່​ງ​ໄດ້​ຈັດ​ບັນດາ​ການ​ເຄື່ອນ​ໄຫວວັດທະນະທຳ, ສິລະ​ປະ, ງານ​ບຸນ​ວົງ​ຄະນະ​ຍາດ​ພິ​ເສດສະ​ເພາະ ​ແລະ ປະ​ທັບ​ໃຈ. ບັນດາ​ລາຍການ​ສະ​ແດງ​ສິລະ​ປະພາ​ຍ​ໃນ ​ແລະ ຕ່າງປະ​ເທດ, ການ​ເຄື່ອນ​ໄຫວ​ວັດທະນະທຳ​ວົງ​ຄະນາ​ຍາດ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ ຊື່​ງ​ໄດ້​ດຶງ​ດູດ​ການ​ເຂົ້າຮ່ວມ, ຮັບ​ຊົມ​ຂອງ​ປະຊາຊົນ​ທ້ອງ​ຖິ່ນ ​ແລະ ​ແຂກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ທ່ານ Ngo Hoa ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ Thua Thien Hue, ຫົວໜ້າ​ຄະນະ​ຈັດຕັ້ງງານ​ບຸນ Festival Hue 2012 ​ໃຫ້​ຮູ້​ວ່າ: ບັນດາ​ລາຍການ, ງານ​ບຸນ​ທີ່ດຳ​ເນີນ​ໃນ 3 ວັນ​ຜ່ານ​ມາ​ລ້ວນ​ແຕ່​ມີ​ຄຸນ​ນະພາ​ບສູງ​ກ່ວາ ​ເມື່ອ​ທຽບກັບ​ງານ​ບຸນ Festival ຄັ້ງກ່ອນໆ. ພິ​ເສດ, ພາຍຫຼັງ​ເວລາ 3 ວັນ​ຈັດ​ງານ​ບຸນ, ມີ​​ແຂກ​ທ່ອງ​ທ່ຽວກ່ວາ 35.000 ​ເທື່ອ​ຄົນ​ໄ​ດ້​ໄປ Hue ​ໃນ​ນັ້ນມີ​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ກ່ວາ 16.000 ​ເທື່ອ​ຄົນ: “ອາດ​ເວົ້າ​ໄດ້​ວ່າ: ຜ່ານ​ໂທລະພາບ, ວິທະຍຸ ທ່ານຜູ້​ຊົມ​ຜູ້ຟັງ​ກໍ​ເຫັນ​ໄດ້​ບັນຍາ​ກາດ​ໃນ​ງານ​ບຸນ Festival Hue 2012 ​ແລ້ວ. ປະຊາຊົນ​ແຂວງ Thua Thien Hue ມີ​ຄວາມປິ​ຕິ​ຊົມ​ຊື່ນ, ມີ​ຄວາມ​ເຊື່ອໝັ້ນ ​ແລະ ​ເຫັນ​ວ່າ ຕ້ອງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ກ່ວາ​ອີກ ​ເມື່ອ​ເຂົ້າຮ່ວມ​ງານ​ບຸນ  Festival . ບັນດາ​ລາຍການ​ສະ​ແດງ​ສິລະ​ປະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ ​ແລະ ສະພາບຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ສະຫງົບ​ປອດ​ໄພ​ໃນ​ບໍລິ​ເວນ​ກໍ​ໄດ້​ຮັບປະກັນ​ດີທີ່​ສຸດ“

ແຂກ​ທ່ອງ​ທ່ຽວກ່ວາ 35.000 ​ເທື່ອ​ຄົນ ໄດ້ເຂົ້າຮ່ວມ​ງານ​ບຸນ Festival Hue 2012 - ảnh 2

 

ການສະ​ແດງ​ສິລະ​ປະ​ທີ່​ງານ​ບຸນ  Festival Hue 2012

(ພາບ:ktdt.com.vn)

 


ຂ່າວ/ບົດ​ອື່ນ