ແຂວງ ຫາຍເຢືອງ ປະຕິບັດການແຍກຫ່າງທາງສັງຄົມເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

(VOVWORLD) -ວັນທີ 15 ກຸມພາ, ແຂວງ ຫາຍເຢືອງ ໄດ້ຕົກລົງຜັນຂະຫຍາຍບັນດາມາດຕະການແຍກຫ່າງທາງສັງຄົມໃນບໍລິເວນທົ່ວແຂວງ ຕາມຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ
ແຂວງ ຫາຍເຢືອງ ປະຕິບັດການແຍກຫ່າງທາງສັງຄົມເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 - ảnh 1(ແຂວງ ຫາຍເຢືອງ ປະຕິບັດການແຍກຫ່າງທາງສັງຄົມ)

ຕໍ່ໜ້າການຜັນແປຂອງໂລກລະບາດໂຄວິດ-19, ເພື່ອປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢູ່ໃນລະດັບສູງກວ່າ, ວັນທີ 15 ກຸມພາ, ແຂວງ ຫາຍເຢືອງ ໄດ້ຕົກລົງຜັນຂະຫຍາຍບັນດາມາດຕະການແຍກຫ່າງທາງສັງຄົມໃນບໍລິເວນທົ່ວແຂວງ ຕາມຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ “ກ່ຽວກັບການປະຕິບັດບັນດາມາດຕະການຮີບດ່ວນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19”, ນັບແຕ່ເວລາ 0 ໂມງຂອງວັນທີ 16 ກຸມພາ 2021 (ກົງກັບວັນທີ 5 ເດືອນຈຽງຂອງບຸນເຕັດໄລ່ຕາມຈັນທະປະຕິທິນ). ໄລ່ຮອດວັນທີ 14 ກຸມພາ, ຫາຍເຢືອງ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 461 ຄົນ. ປະຈຸບັນ, ມີ 55 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ອອກຈາກໂຮງໝໍແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ