ແຂວງກວ໋າງນາມຈັດງານວາງສະແດງ“ຮ່ວາງຊາແລະເຈື່ອງຊາຂອງຫວຽດນາມ”

ແຂວງກວ໋າງນາມຈັດງານວາງສະແດງ“ຮ່ວາງຊາແລະເຈື່ອງຊາຂອງຫວຽດນາມ” - ảnh 1


(vovworld)-  ​ວັນ​ທີ 27/10, ຢູ່​ເມືອງ ນູຍ​ແທ່ງ ແຂວງ ກວ໋າງ​ນາມ ໄດ້​ໄຂ​ງານ​ວາງ​ສະ​ແດງ “ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ຂອງ​ຫວຽດ​ນາມ - ບັນ​ດາ​ພະ​ຍານ​ຫລັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ”. ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ບັນ​ດາ​ເອ​ກະ​ສານ​ໂດຍ​ບັນ​ດາ​ລາ​ຊະ​ວົງໃນສະ​ໄຫມ ​ສັກ​ດີ​ນາ​ຫວຽດ​ນາມ ປະ​ກາດ​ໃຊ້ ແຕ່​ສັດ​ຕະ​ວັດ​ທີ 17- ຕົ້ນ​ສັດ​ຕະ​ວັດ​ທີ 20 ໂດຍ​ຢືນ​ຢັນ: ຫວຽດ​ນາມ ໄດ້​​ກຳ​ນົດ ແລະ​ປະ​ຕິ​ບັດ​​ການ​ເຄື່ອນ​ໄຫວຢັ້ງ​ຢືນອະ​ທິ​ປະ​ໄຕ​ຢ່າງ​ລຽ​ນ​ຕິດ​ສຳ​ລັບ ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ໃນ​ນັ້​ນ​ເປັນ​ຫນ້າ​ສົນ​ໃ​ຈ ແມ່ນ​ຊຸດ​ເອ​ກະ​ສານ​ການ​ປົກ​ຄອງ​ໃນ​ສະ​ໄຫມ​ລາ​ຊະ​ວົງ​ຫງວຽນ ແລະ ແຜນ​ທີ່ 100 ແຜ່ນ ພ້ອມ​ດ້ວຍ ປື້ມ atlats ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະ​ດັ່ງ​ກ່າວ. ໃນ​ງານ​ວາງ​ສະ​ແດງນີ້, ມີ​ສິ່ງ​ພິ​ມກວ່າ 100 ສະ​ບັບ ທີ່​ພິມ​ຈຳ​ຫ​ນ່າຍ​ຢູ່​ບັນ​ດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ແຕ່​ສັດ​ຕະ​ວັດ​ທີ 18 – 19 ມີ​ຂໍ້​ມູນ​ຂ່າ​ວ​ສານ​ກ່ຽວ​ຂ້ອງ​ເຖິງ ໝູ່​ເກາະ​ຮ່​ວາງ​ຊາ -- ເຈື່ອງ​ຊາ ແລະ ອະ​ທິ​ປ​ະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະ​ດັ່ງ​ກ່າວ. ນີ້​ແມ່ນ​ກິດ​ຈະ​ກຳ​ຄົ້ນ​ຄ້​ວາ, ປື້ມ​ຕຳ​ລາ, ວັດ​ຈະ​ນາ​ນຸ​ກົມ​ສັບ​ພະ​ວິ​ຊາ, ວາ​ລະ​ສານ, ​ປື້ມ​ບັນ​ທຶກຫວນ​ຄືນ​ຫລັງ​ຂອງ​ບັນ​ດາ​ນັກ​ເດີນ​ທະ​ເລ, ນັກ​ທຸກ​ລະ​ກິດ, ນັກ​ເຜີຍ​ແຜ່​ສາ​ສະ​ຫນາ​ຝ່າຍ​ຕາ​ເວັນ​ຕົກ.

 

ຂ່າວ/ບົດ​ອື່ນ