ແຂວງຊອກຈັງທຳ ພິທີໄຫວ້ບູຊາພະແກ້ວມໍລະກົດພະພຸດທະຮູບສັນຕິພາບໂລກ


ແຂວງຊອກຈັງທຳ ພິທີໄຫວ້ບູຊາພະແກ້ວມໍລະກົດພະພຸດທະຮູບສັນຕິພາບໂລກ  - ảnh 1
ພິ​ທີ​ໄຫວ້​ບູ​ຊາ​ພະ​ແກ້ວ​ມໍ​ລະ​ກົດ​ພະ​ພຸດ​ທະຮູບສັນ​ຕິ​ພາບ​ໂລກ

(vovworld)- ພິ​ທີ​ໄຫວ້​ບູ​ຊາ​ພະ​ແກ້ວ​ມໍ​ລະ​ກົດ​ພະ​ພຸດ​ທະຮູບສັນ​ຕິ​ພາບ​ໂລກ ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ແຂວງ​ຊອກ​ຈັງ​ແຕ່​ວັນ​ທີ 7ຫາ​ວັນ​ທີ 13/1/2017. ໃນ​ຊວງ​ເວ​ລາ​ດຳ​ເນີນ​ພິ​ທີ​ກຳ, ຊາວ​ພຸດ​ມາກ​ຈາກ​ທຸກ​ແຫ່ງ ແລະ ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ໄດ້​ພາ​ກັນ​ມາ​ໄຫວ້​ບູ​ຊາ, ຮັບ​ຊົມ​ການ​ສະ​ແດງ​ສິ​ລະ​ປະ, ຮັບ​ຟັງ​ທຳ​ມະ​ເທດ​ສະ​ໜາ ແລະ ເຂົ້າ​ຮ່ວມ​ພິ​ທີ​ພາ​ວະ​ນາ​ໃຫ້​ປະ​ເທດ​ຊາດ​ມີ​ສັນ​ຕິ​ພາບ, ປະ​ຊາ​ຊົນ​ຢູ່​ເຢັນ​ເປັນ​ສຸກ.

     ​ພະ​ແກ້ວ​ມໍ​ລະ​ກົດ​ພະ​ພຸດ​ທະຮູບສັນ​ຕິ​ພາບ​ໂລກ ມີ​ລວງ​ສູງ 2,7 ແມັດ, ມີ​ນ້ຳ​ໜັກ 4 ໂຕນ​ແມ່ນ​ຮູບ​ປັ້ນ​ເຮັດ​ດ້ວຍ​ແກ້ວ​ມໍ​ລະ​ກົດ​ໂດຍ​ບັນ​ດາ​ນັກ​ສິ​ລະ​ປະ​ການ​ໄທ​ແກະ​ຄວັດ​ສະຫຼັກ. ພາຍຫຼັງ ແກະ​ຄວັດ​ສະຫຼັກ​ພະ​ພຸດ​ທະຮູບສຳ​ເລັດ, ກໍ​ຈະ​ຖືກ​ສົ່ງ​ໄປ 20 ກວ່າ​ປະ​ເທດ​ເພື່ອ​ໃຫ້​ຊາວ​ພຸດ​ທຳ​ພິ​ທີ​ບູ​ຊາ. ຢູ່​ຫວຽດ​ນາມ ໃນ​ປີ 2009, ​ພະ​ແກ້ວ​ມໍ​ລະ​ກົດ​ພະ​ພຸດ​ທະຮູບກໍ​ໄດ້​ຖືກ​ສົ່ງ​ມາ​ນະ​ຄອນ​ດານັ້ງ, ແຂວງ​ບາ​ເຣ້ຍ​ວຸ້ງ​ເຕົາ, ນະ​ຄອນ​ໂຮ່​ຈິ​ມິນ, ແຂວງ​ດົງ​ທາບ, ບັກ​ນິງ ອັນ​ໄດ້​ດຶງ​ດູດ​ປະ​ຊາ​ຊົນ​ນັບ​ລ້ານ​ຄົນ​ມາ​ເຄົາ​ລົບບູ​ຊາ.
ຂ່າວ/ບົດ​ອື່ນ